李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ວາງ​ແຜນ​ການ​ສຳ​ຫຼວດດວງ​ຕາ​ເວັນ​ສອງໂຄງ​ການ ຄື: “ຊີ່​ເຮີ”ກັບ “ຄວ້າ​ຟູ້”

2021-10-15 15:02:45 cri

ກົມ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ໄດ້​ແຈ້ງ​ຂ່າວ​ວ່າ: ເວ​ລາ 18 ໂມງ 51 ນາ​ທີ​​ຂອງ​ວັນ​ທີ 14 ຕຸ​ລາ​ນີ້, ຈີນ​ໄດ້​ສົ່ງ​ດາວ​ທຽມ​ທົດ​ລອງ​ເຕັກ​ນິກວິ​ທະ​ຍາ​ສາດ​​ກ່ຽວ​ກັບ​ການສຳ​ຫຼວດດວງ​ຕາ​ເວັນ​ໜ່ວຍ​ທຳ​ອິດ​ຊື່​ວ່າ “ຊີ່​ເຮີ​ຮ້າວ” ຢ່າງ​ສຳ​ເລັດ​ຜົນ ດ້ວຍຈະ​ຫຼວດ​ສົ່ງ​ຍານ ຊາງ​ເຈີ່ນ​ 2 D ຈາກ​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ.

ດວງ​ທຽມ​ດວງ​ດັ່ງ​ກ່າວ ຈະ​ຍົກ​ສູງ​ຄວາມ​ສາ​ມາດ​ຄົ້ນ​ຄວ້າ​ຂົງ​ເຂດຟິ​ຊິກ​​ສາດ​ຂອງ​ຈີນ​ກ່ຽວ​ກັບດວງ​ຕາ​ເວັນ​​ໄດ້​ຢ່າງ​ຫຼວງ​ຫຼາຍ, ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ເຕັກ​ນິກ​ສຳ​ຫຼວດ​ວັດ​ແທກວິ​ທະ​ຍາ​ສາດ​ອະ​ວະ​ກາດ​ແລະ​ເຕັກ​ນິກ​ດາວ​ທຽມ​ຂອງ​ຈີນ. ການ​ສົ່ງ​ດາວ​ທຽມ “ຊີ່​ເຮີ​ຮ້າວ” ຂຶ້ນ​ສູ່​ອະ​ວະ​ກາດຢ່າງ​ສຳ​ເລັດ​ຜົນ, ເປັນ​ການ​ບຸກ​ທະ​ລຸ​ໃນ​ດ້ານ​ການ​ສຳ​ຫຼວດ​ວັດ​ແທກ​ຂອງ​ຈີນ​ກ່ຽວ​ກັບ​ດວງ​ຕາ​ເວັນ​, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ກ້າວ​ເຂົ້າຍຸກ “ສຳ​ຫຼວດດວງ​ຕາ​ເວັນ” ຢ່າງ​ເປັນ​ທາງ​ການ​ແລ້ວ.

ຂ່າວ​ແຈ້ງວ່າ, ແຜນ​ການ “ສຳ​ຫຼວດດວງ​ຕາ​ເວັນ”​​ໃນ​ໄລ​ຍະ​ຕໍ່​ໄປ​ຂອງ​ຈີນ​ກໍ​ພວມ​ຊຸກ​ຍູ້​ແລະ​ປະ​ຕິ​ບັດວຽກ​ງານ​ຢູ່. ປັດ​ຈຸ​ບັນ​ນີ້, ຈີນ​ໄດ້ວາງ​ແຜນ​ການ​ສຳ​ຫຼວດ​ ດວງ​ຕາ​ເວັນ​ສອງ​ໂຄງການ ຄື: “ຊີ່​ເຮີ”ກັບ “ຄວ້າ​ຟູ້”ແລ້ວ.

ຄຳ​ເຫັນ

0