覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈ​ລະ​ຈາ​ເປີດກວ້າງ​ສາມ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ​ຈະ​ຈັດ​ຂຶ້ນ​ຢູ່​ມົ​ສ​ກູ​ໃນ​ວັນ​ທີ 19 ຕຸ​ລາ​ນີ້

2021-10-16 13:24:15 cri

ຂ່າວ​ສານ RIA Novosti ຣັດ​ເຊຍ​ລາຍ​ງານ​ວ່າ: ວັນ​ທີ 15 ຕຸ​ລາ​ນີ້, ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້ຢືນ​ຢັນ​ວ່າ ​ການ​ເຈ​ລະ​ຈາ​ເປີດກວ້າງ​ສາມ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ຜູ້​ຕາງ​ໜ້າ​ຂອງ​ຣັດ​ເຊຍ, ຈີນ​, ອາ​ເມ​ຣິ​ກາ​ແລະ​ປາ​ກີ​ສະ​ຖານ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ບັນ​ດາ​ຝ່າຍ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ ທັງ​ພະ​ຍາ​ຍາມ​ໃຫ້​ບັນ​ລຸ​ຈຸດ​ຢືນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ບັນ​ຫາ​ນີ້.
 

 ນອກ​ນີ້, ຫົວ​ໜ້າ​ກົມ​ສະ​ຫະ​ພັນ​ລັດ​ເອ​ກະ​ລາດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ກ່າວ​ຢືນ​ຢັນ​ໃນ​ວັນ​ທີ 15 ຕຸ​ລາ​ນີ້​ວ່າ: ອາ​ເມ​ຣິ​ກາ​ກຳ​ລັງ​​ເພີ່ມ​ແຮງກົດ​ດັນ​ໃຫ້ປະ​ເທດ​ພັນ​ທະ​ມິດ​​ຂອງ​ຣັດ​ເຊຍ​ຢູ່​ອາ​ຊີ​ກາງ​ເພື່ອ​ຫວັງ​​ຢາກ​ສ້າງ​ຖານ​ທັບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ພາກ​ພື້ນ​ແຫ່ງ​ນີ້. ນີ້​ເວົ້າ​ສຳ​ລັບ​ປະ​ເທດ​ອາ​ຊີ​ກາງ, ຣັດ​ເຊຍ​, ຈີນ​ແລະ​ຣັດ​ເຊຍ​ແລ້ວ​ແມ່ນ​ສິ່ງ​ທີ່​ບໍ່​ສາ​ມາດ​ຮັບ​ເອົາ​ໄດ້.

ຄຳ​ເຫັນ

0