刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເຖົ້າ​ທີ່​ມີ​ອາ​ຍຸ​ຫຼາຍກວ່າ​ 60 ປີຢູ່ຈີນ​ມີ​ຫຼາຍກວ່າ 264 ລ້ານຄົນ

2021-10-16 14:33:53 cri

 

ວັນ​ທີ 15 ຕຸ​ລາ​ນີ້, ຄະ​ນະ​ກຳ​ມະ​ການສາ​ທາ​ລະ​ນະ​ສຸ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວຽກ​ງານ​ຜູ້​ເຖົ້າ​ແຫ່ງ​ຊາດ​ປີ 2020 ວ່າ: ນັບ​ມາ​ຮອດ​ເວ​ລາ​ສູນໂມງຂອງວັນ​ທີ 1 ພະ​ຈິກ​ປີ 2020, ປະ​ຊາ​ກອນທີ່​ມີ​ອາ​ຍຸ 60 ປີ ແລະ​ອາ​ຍຸຫຼາຍກວ່າ 60 ປີໃນທົ່ວ​ປະ​ເທດ​ຈີນ​ມີ​ເຖິງ 264,02 ລ້ານ​ຄົນ, ກວມ​ເອົາ​ປະ​ຊາ​ກອນ​ທັງ​ໝົດ 18,7%, ປະ​ຊາ​ກອນ​ທີ່​ມີ​ອາ​ຍຸ 65 ປີ ແລະ​ອາ​ຍຸຫຼາຍກວ່າ 65 ປີ​ມີ​ເຖິງ 190,64 ລ້ານ​ຄົນ, ກວມ​ເອົາ​ປະ​ຊາ​ກອນ​ທັງ​ໝົດ 13,5%, ອັດ​ຕາ​ການ​ລ້ຽງ​ຜູ້​ເຖົ້າ​ໃນ​ທົ່ວ​ປະ​ເທດ​ແມ່ນ 19,7%, ໄດ້​ເພີ່ມ​ຂຶ້ນ 7,8% ເພື່ອ​ທຽບ​ໃສ່​ປີ 2010.

ຄຳ​ເຫັນ

0