刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ສະ​ບຽງ​ອາ​ຫານ​ກັບ​ສາ​ກົນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່

2021-10-16 15:53:09 cri

ຈີນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ສະ​ບຽງ​ອາ​ຫານ​ກັບ​ສາ​ກົນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່_fororder_微信图片_20211016155139

ວັນ​ທີ 16 ຕຸ​ລາ​ ແມ່ນ​ວັນ​ສະ​ບຽງ​ອາ​ຫານ​ຂອງ​ໂລກ. ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ, ປະ​ຊາ​ກອນ​ໃນ​ທົ່ວ​ໂລກ​ທີ່​ຂາດ​ແຄນ​ສະ​ບຽງ​ອາ​ຫານ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ໃນ​ທົ່ວ​ໂລກ​ມີ​ປະ​ຊາ​ກອນ​ປະ​ມານ 10% ພວມ​ປະ​ເຊີນ​ກັບ​​ຄວາມ​ອຶດ​ຫິວ. ໃນຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ໃຊ້ຫຼາຍ​ຊ່ອງ​ທາງ ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ.

ນັບ​ແຕ່ອົງການອາຫານແລະ​ການກະເສດຂອງ ສ​ປ​ຊ ຫຼື FAO ດຳ​ເນີນ​ການ​ຮ່ວມ​ມື​ໃຕ້ໃຕ້ແຕ່​ປີ 1996 ເປັນ​ຕົ້ນ​ມາ, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ສົ່ງ​ຜູ້​ຊ່ຽວ​ຊານ​ແລະ​ພະ​ນັກ​ງານ​ວິ​ຊາ​ການ​ດ້ານ​ກະ​ສິ​ກຳ​​ເກືອບ 1100 ທ່ານ​ໄປ​ສູ່ 40 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ ເປັນ​ຕົ້ນ​: ອາ​ຟ​ຣິ​ກາ, ອາ​ຊີ, ປາ​ຊີ​ຟິກ​ໃຕ້ ແລະ​ທະ​ເລກາ​ຣິ​ເບ  ເຊິ່ງໄດ້​ກວມ​ເອົາ​ຈຳ​ນວນ​ປະ​ເທດ​ໃນ​ການ​ຮ່ວມ​ມື​ໃຕ້ໃຕ້ 47% ແລະ​ຈຳ​ນວນ​ພະ​ນັກ​ງານ​ໄດ້​ກວມ​ເອົາ​ຍອດ​ຈຳ​ນວນ​ພະ​ນັກ​ງານ​ທີ່​ສົ່ງ​ໄປ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃຕ້​ໃຕ້ 60%. ພາຍ​ໃຕ້​ຂອບ​ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດຂອງ ສ​ປ​ຊ, ຜູ້​ຊ່ຽວ​ຊານ​ຈີນ​ໄດ້ສາ​ທິດ​ແລະ​​ເຜີຍ​ແຜ່​ເຕັກ​ນິກ​ກະ​ສິ​ກຳຫຼາຍກວ່າ 1000 ລາຍ​ການ​ໃນ​ຂົງ​ເຂດ​ການ​ຜະ​ລິດ​ພືດ​ພັນ​ທັນ​ຍາ​ຫານ, ການ​ລ້ຽງ​ສັດ​ແລະສິນ​ໃນ​ນ້ຳ, ຊົນ​ລະ​ປະ​​ທານ, ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ອື່ນໆ​ຢູ່ຫຼາຍ​ປະ​ເທດ, ສະ​ເລ່ຍ​ແລ້ວ​ໄດ້ເພີ່ມ​ຜົນ​ຜະ​ລິດພືດ​ພັນ​ທັນ​ຍາ​ຫານ​ຢູ່​ເຂດ​ໂຄງ​ການ​ເຖິງ 30% ຫາ 60%, ມີ​ຊາວ​ກະ​ສິ​ກອນ​ປະ​ມານ 1 ແສນ​ຄົນ​ຢູ່ປະ​ເທດ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ອົບ​ຮົມ​ເຕັກ​ນິກ​ໃນ​ການ​ຜະ​ລິດ​ຕົວ​ຈິງ.

ຈີນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ສະ​ບຽງ​ອາ​ຫານ​ກັບ​ສາ​ກົນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່_fororder_微信图片_20211016155145

ປີ 2020, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກຕັກ​ແຕນ​, ຈີນ​ໄດ້​ຊ່ວຍ​ເຫຼືອ​ຢາ​ຂ້າ​ສັດ​ຕູ​ພືດມາ​ລາ​ທີ​ອອນ  (Malathion) 400 ກວ່າໂຕນ, ເຄື່ອງ​ພົ່ນ​ຢາ​ແບບ​ເປ້​ 2000 ກວ່າ​ໜ່ວຍ, ເຄື່ອງ​ພົ່ນ​ຢາ​ປະ​ລິ​ມານ​ໜ້ອຍ​ແບບ​ຈັບ​ດ້ວຍ​ມື 3500 ກວ່າ​ໜ່ວຍ ພ້ອມ​ດ້ວຍ​ຊຸດປ້ອງ​ກັນ, ​ໜ້າ​ກາກ ແລະ​ຖົງ​ມື 4000 ຊຸດ ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ ເຊັ່ນ​ປາ​ກີ​ສະ​ຖານ, ປະ​ເທດ​ເອ​ທີ​ໂອ​ປີ, ​ເຄັນ​ຢາ, ອູ​ກັນ​ດາ​ແລະ​ອື່ນໆ. ພ້ອມ​ກັນ​ນັ້ນ, ຈີນ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ໂຄງ​ການ​ອາ​ຫານ ສ​ປ​ຊ, ຊຸກ​ຍູ້​ການ​ສ້າງ​ສາງ​ແລະ​ສູນ​ຂົນ​ສົ່ງ​ເຄື່ອງ ເພື່ອ​ຮັບ​ມື​ສຸກ​ເສີນ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ການກອບ​ກູ້​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ແລະ​ການ​ຂົນ​ສົ່ງ​ວັດ​ຖຸ​ອຸ​ປະ​ກອນ​ການ​ຕ້ານ​ພະ​ຍາດ​ສາ​ກົນ.

ຄຳ​ເຫັນ

0