郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ລີ​ຊຽນ​ລົ​ງ ນາ​ຍົກ​ສິງ​ກະ​ໂປ

2021-10-16 15:04:12 cri

​​ວັນ​ທີ 15 ຕຸ​ລານີ້,ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​​ໂທ​ລະ​ສັບກັບ​ທ່ານ​ລີ​ຊຽນ​ລົ​ງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ຈີນ​ແລະ​ສິງ​ກະ​ໂປ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຄູ່​ຮ່ວມ​ມືຂອງ​ກັນ​ແລະ​ກັນ,ໄດ້​ເຂົ້າ​ໃຈ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນ​ດ້ານ​ການ​ເມືອງ,ໃນ​ການ​ຮ່ວມ​ມື​ໄດ້​ກ້າວ​ໄປ​ໜ້າ​​ພ້ອມ​ຍຸກ​ສະ​ໄໝ,ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ໄດ້​ຮ່ຳ​ຮຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ. ປັດ​ຈຸ​ບັນ, ສະ​ພາບ​ການ​ປ່ຽນ​ແປງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ແລະ​ສະ​ພາບ​ພະ​ຍາດ​ໂຄວິດ​-19ໄດ້​ປົນ​ເປ​ກັນ, ປະ​ຊາ​ຄົມ​ໂລກ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​​ພວມ​ພັດ​ທະ​ນາ​ໄດ້​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ຈີນ​ແລະ​ສິງ​ກະ​ໂປ​ມີ​ແນວ​ຄວາມ​ຄຶດ​ທີ່​ຄື​ກັນ​ແລະ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ,ຈີນ​ຍິນ​​ດີ​ຮ່ວມ​ກັນ​ກັບ​ສິງ​ກະ​ໂປ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ,ເກາະ​ແຂນ​ກັນກໍ່​ສ້າງ​​ປະ​ຊາ​ຄົມ​ຮ່ວມ​ພັດ​ທະ​ນາຂອງໂລກ,​ຊຸກ​ຍູ້​ໃຫ້“ສັນ​ຍາ​ວ່າ​ດ້ວຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ”​ເກີດມີ​ຜົນ​ສັກ​ສິດ​ຕາມ​ເວ​ລາ​ກຳ​ນົດ,ເພີ່ມ​ພະ​ລັງ​ແຮງ​ຂັບ​ເຄື່ອນການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ ກໍ່​ຄື​ຂອງ​ໂລກ. ປີນີ້​ແມ່ນ​ປີ​ທີ່​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນສ້າງ​ຕັ້ງຂຶ້ນ​​ຄົບ​ຮອບ30ປີ,ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ສິງ​ກະ​ໂປ​ແລະ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ຊຸກ​ຍູ້ການ​ສ້າງ​ປະ​ຊາ​ຄົມການ​ຮ່ວມ​ມື​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ລີ​ຊຽນ​ລົງໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ວ່າ: ສະ​ຖາ​ນະ​ການ​ສາ​ກົນ​ມີ​ການ​ປ່ຽນ​ແປງອັນ​ໃຫຍ່​ຫຼວງ,ແຕ່​ສາຍ​ພົວ​ພັນສິງ​ກະ​ໂປ-​ຈີນໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ດີ​​ຕະ​ຫຼອດ. ເມື່ອປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ສິງ​ກະ​ໂປ​ແລະ​ຈີນ​ໄດ້​ຮ່ວມ​ມື​ກັນ​ຢ່າງ ​ແໜ້ນແຟ້ນ,ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ,ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”ແລະ​ການ​ສ້າງ​​ແລວ​ທາງ​ໃໝ່​ດ້​ທາງບົກ​​ທາງທະ​ເລ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເດັ່ນ​ຊັດ. ສິງ​ກະ​ໂປ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຈັດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້​ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ອາ​ຊຽນ-ຈີນ​ຄົບ​ຮອບ30ປີ​ໃຫ້​ດີ,ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ໄດ້​ຮັບ​ຜົນ​ງານ​ແທ້​ຈິງ​ຫຼາຍກວ່າ​ເກົ່າ,ສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ພາກ​ພື້ນຫຼາຍກວ່າ​ເກົ່າ. ສິງ​ກະ​ໂປ​ຊົມ​ເຊີຍ​ແລະ​ສະ​ໜັບ​ສະ​ໜູນ​ຈີນ​ຮ້ອງ​ຂໍ​ເຂົ້າ“ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນຄູ່​ຮ່ວມ​ຂ້າມ​ ​ປາ​ຊິ​ຟິກທີ່ກ້າວ​ໜ້າ​ແລະ​ຮອບ​ດ້ານ ​”,ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນແຫ່ງນີ້.

ຄຳ​ເຫັນ

0