覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ເຜີງ​ລີ້ຢວນ​ເຂົ້າ​ຮ່ວມ​ພິ​ທີ​ມອບ​ລາງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​ປີ2021

2021-10-16 10:29:18 cri

ທ່ານ​ນາງ​ເຜີງ​ລີ້ຢວນ​ເຂົ້າ​ຮ່ວມ​ພິ​ທີ​ມອບ​ລາງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​ປີ2021_fororder_微信图片_20211016102656

 

ຕອນ​ບ່າຍ​ວັນ​ທີ 15 ຕຸ​ລາ​ນີ້,ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ນາງ​ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທູດ​ພິ​ເສດ​ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ການ​ສຶກ​ສາ​ວິ​ທະ​ຍ​າ​ສາດ​ແລະ​ວັດ​ທະ​ນະ​ທຳ​ ​ສະ​ຫະ​ປະ​ຊາ​ຊາດຫຼື​ອຸຍ​ເນັ​ສ​ໂກ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ມອບ​ລາງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​ປີ2021ຜ່ານ​ທາງວິ​ດີ​ໂອ​ໂດຍ​ຕອບ​ສະ​ໜອ​ງຕາມ​ຄຳ​ເຊີນ.
 

     ​ກ່ອນ​ອື່ນ, ທ່ານ​ນາງ​ເຜີງ​ລີ້ຢວນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜູ້​ໄດ້​ຮັບ​ລາງວັນ​ທີ່​ມາ​ຈາກ​ບ​ຣາ​ຊີນ​ແລະ​ໂມ​ຊຳ​ບິກ, ທ່ານ​ນາງ​ກ່າວ​ວ່າ: ນັບ​ຕັ້ງ​ແຕ່​ຈີນ​ຮ່ວມ​ມື​ກັບ​ອົງ​ການ​ອຸຍ​ເນັ​ສ​ໂກ​ສ້າງ​ຕັ້ງ​ລາງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ໃນ​ປີ2015ເປັນ​ຕົ້ນ​ມາ, ລາງວັນ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອິດ​ທິ​ພົນ​ຢ່າງ​ຕັ້ງ​ໜ້າ, ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ຄົນ​ທັງຫຼາຍ​ມີ​ສ່ວນ​ຮ່ວມ​ໃນ​ພາ​ລະ​ກິດ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ຫຼາຍກວ່າ​ເກົ່າ. ຈີນ​ແລະ​ອົງ​ການ​ອຸຍ​ເນັ​ສ​ໂກ​ເປີດໂຄງ​ການ​ຮ່ວມ​ມື​ດ້ານ​ລາ​ງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ໄລ​ຍະ​ທີ 2 ເປັນ​ຈຸດ​ເລີ່ມ​ຕົ້ນ​ອັນ​ໃໝ່,ເຊິ່ງ​ຈະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ພາ​ລະ​ກິດ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ. ຫວັງ​ວ່າ ປະ​ຊາ​ຄົມ​ໂລກ​ຈະ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ແລະ​ສະ​ໜັບ​ສະ​ໜູນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ປີ2030​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.
 

     ທ່ານ​ນາງ​ໂອ​ເດ​ຣ ອາ​ຈູ​ໄລ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອຸ​ຍ​ເນັ​ສ​ໂກ​ໄດ້​ປະ​ກອບ​ຄຳ​ເຫັນ​ວ່າ:​ລາງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ທີ່​ລັດ​ຖະ​ບານ​ຈີນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ​ໄດ້​ຫວ່ານ​ແນວ​ພັນ​ແຫ່ງ​ຄວາມ​ຫວັງ, ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ພິ​ເສດ​ໃນ​ການ​ຊ່ວຍ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຕົນ​ໂດຍ​ສະ​ເພາະ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຂໍ​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ສືບ​ຕໍ່​ລົງ​ທຶນ​ແລະເປີດ​ໂຄງ​ການລາງວັນ​ການ​ສຶກ​ສາ​ເດັກ​ຍິງ​ແລະ​ແມ່​ຍິງ​ໄລ​ຍະ​ທີ2, ຂໍ​ຂອບ​ໃຈ​ນຳ​ທ່ານ​ສາ​ສະ​ດາ​ຈານເຜີງ​ລີ້ຢວນ​ທີ່​ໃຫ້​ການ​ສະ​ໜັບສະ​ໜູນ​ຢ່າງ​ເດັດ​ກ່ຽວ​ແລະ​ເຂັ້ມ​ແຂງ.

ຄຳ​ເຫັນ

0