李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​

2021-10-17 15:02:01 cri

ວັນ​ທີ 16 ຕຸ​ລາ​ນີ້ແມ່ນ​ວັນ​ສະ​ບຽງ​ອາ​ຫານ​ໂລກ, ທ່ານ ອັນ​ໂທ​ນິ​ໂອ ກູ​ເຕີ​ເຣັ​ສ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​​ວິ​ດີ​ໂອ​, ໂດຍຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ໂດຍ​ຜ່ານ​ການ​ປ່ຽນ​ການ​ກະ​ທຳ.

ທ່ານ​ກູ​ເຕີ​ເຣັ​ສ​ຊີ້​ອອກວ່າ, ​ມີ 3  ຕື້ຄົນ​ທີ່ກວມ​ປະ​ຊາ​ກອນ​ປະ​ມານ 40% ຂອງ​ທົ່ວ​ໂລກ ບໍ່​ສາ​ມາດ​ໄດ້​ຮັບ​ອາ​ຫານ​ແລະ​ນ້ຳ​​ດື່ມ​ທີ່​ສະ​ອາດ. ​ປະ​ຊາ​ກອນ​ທີ່​ອຶດ​ຫິວ​ແລະ​ຂາດ​ທາດ​ບຳ​ລຸງກຳ​ລັງ​ເພີ່ມ​ຂຶ້ນ, ພ້ອມ​ກັນ​ນັ້ນ, ປະ​ຊາ​ກອນ​​ທີ່​ເປັນ​ພະ​ຍາດ​ຕຸ້ຍ​ກໍ່​ພວມ​ເພີ່ມ​ຂຶ້ນ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ສະ​ພາບ​ການ​ດັ່ງ​ກ່າວ​ຮ້າຍ​ແຮງ​ຂຶ້ນ​ຕື່ມ, ປະ​ຊາ​ກອນ​ອຶດ​ຫິວ​ໄດ້​ເພີ່ມ​ຂຶ້ນ 140 ລ້ານ​ຄົນ. ຂະ​ນະ​ດຽວ​ກັນ, ຮູບ​ແບບ​ການ​ຜະ​ລິດ​ແລະ​ບໍ​ລິ​ໂພກ​ສະ​ບຽບ​ອາ​ຫານ​ແລະ​ການ​ກິນອາ​ຫານ​ແບບ​ຟູມ​ເຟືອຍ​ກຳ​ລັງ​ສ້າງ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃຫ້​ໂລກ, ສ້າງ​ແຮງ​ກົດ​ດັນ​ໃຫ້​ແກ່​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ດິນ​ຟ້າ​ອາ​ກາດ​ແລະສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ, ແລະ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ຫຼາຍ​ພັນ​ຕື້​ໂດ​ລາ​​ສະ​ຫະ​ລັດ​ໃນ​ແຕ່​ລະ​ປີ.

ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ຕື່ມ​ວ່າ, ທຸກ​ຄົນ​ກໍ່​ສາ​ມາດ​ຫັນ​ປ່ຽນ​ຮູບ​ແບບ​​ການບໍ​ລິ​ໂພກ​ສະ​ບຽງ​ອາ​ຫານ​ແລະ​ທຳ​ການ​ຄັດ​ເລືອກ​ທີ່​ດີ​ຕໍ່​ສຸ​ຂະ​ພາບ​ຫຼາຍກວ່າ​ເກົ່າ, ​ເຊິ່ງບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຕົວ​ເອງ, ກໍ່​ມີ​ຜົນ​ດີ​ຕໍ່​ໂລກເຊັ່ນ​ກັນ. ທ່ານ​ຮຽກ​ຮ້ອງ​ໃຫ້​ຄົນ​ທັງ​ຫຼາຍ​ຈົ່ງ​ເຄື່ອນ​ໄຫວ​ໃນ​ທັນ​ທີ, ປ່ຽນ​ແປງ​ການ​ກະ​ທຳ​ຂອງ​ຕົນ, ເພື່ອ​ເຮັດ​ໃຫ້​ລະ​ບົບ​ສະ​ບຽງ​ອາ​ຫານ​ສາ​ມາດ​ຮັບ​ປະ​ກັນ​ທາດ​ທຳ​ລຸງ, ສິ່ງ​ແວດ​ລ້ອມ​ແລະ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີກວ່າເກົ່າ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຄຳ​ເຫັນ

0