吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນປີ 2021

2021-10-17 15:19:38 ​cri

ຈັດ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນປີ 2021_fororder_微信图片_20211017151501

 

   ຫວ່າງມໍ່ໆ​ມາ​ນີ້, ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນປີ 2021 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນກຸ້ຍ​ລີ​ນ ​ເຂດ​ກວາງຊີສ​ປ​ຈີນ ​ໂດຍ​ມີ​ຫົວ​ຂໍ້​ວ່າ: ລົງ​ເລິກ​ການສ້າງ “​ໜຶ່ງ​ແລວ​ໜຶ່ງ​​ເສັ້ນທາງ”, ຊຸກ​ຍູ້​ການທ່ອງ​ທ່ຽວ​ໃຫ້​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ.

 

ຈັດ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນປີ 2021_fororder_微信图片_20211017151510

 

    ງານ​ວາງສະ​ແດງ​ການທ່ອງທ່ຽວ​ຄັ້ງ​ນີ້​ຈະ​ສຸມ​ກຳລັງ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮຽກຮ້ອງ​ທີ່​ກ່ຽວຂ້ອງ​ທີ່​ລະ​ບຸ​ໄວ້​ໃນ “ວິ​ໄສ​ທັດ​​ຮອດ​ປີ 2030 ຂອງການ​ພົວພັນຄູ່ຮ່ວມ​ຍຸດ​ທະ​ສາດ​ຈີນ-​ອາ​ຊຽນ”, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ສ້າງ “​ໜຶ່ງ​ແລວ​ໜຶ່ງ​​ເສັ້ນທາງ” ຢ່າງ​ເລິກ​ເຊິ່ງ, ຮັບ​ໃຊ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​​ຈີນ-​ອາ​ຊຽນຢ່າງ​ສະໜິດ​ແໜ້ນ​ກວ່າ​ເກົ່າ ​ແລະ ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​​ດ້ານການທ່ອງ​ທ່ຽວ “10+1” ​ຂະຫຍາຍ​ໄປ​ສູ່​ປະ​ເທດ​ຕ່າງໆ​ທີ່​ຢູ່​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

 

ຈັດ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນປີ 2021_fororder_微信图片_20211017151514

 

     ນັບ​ແຕ່​ງານ​ວາງສະ​ແດງ​ການທ່ອງທ່ຽວ​ຂອງ​ງານ​ສະ​ແດງ​ສິນ​ຄ້າຈີນ-​ອາ​ຊຽນຈັດ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ລີ​ນ​ເປັນ​​ຄັ້ງ​ທຳ​ອິດ​ເປັນ​ຕົ້ນ​ມາ, ​ຮອດ​ປັດ​ຈຸ​ບັນ ​ໄດ້​ຈັດ 6 ​ຄັ້ງ​ຢ່າງສຳ​ເລັດ​ຜົນ​ແລ້ວ, ​ໄດ້ກາຍ​ເປັນ​ງານ​ມະຫາ​ກຳ​ທີ່​ເຮັດ​ໃຫ້​ການທ່ອງ​ທ່ຽວ​ຈີນ ​ແລະ ຕ່າງປະ​ເທດ​ເສື່ອ​ມ​ຈອດ​ກັນ,​​ແລກປ່ຽນ​ກັນ ​ແລະ ຮ່ວມ​ມື​ກັນ ​​ມີ 10 ປະ​ເທດ​ອາ​ຊຽນ​​ເຂົ້າ​ຮ່ວມ​ງານ​ສະ​ແດງ​ໝົດ, ເຊິ່ງ​​ເປັນ​ງານ​ວາງສະ​ແດງ​ສະ​ເພາະງານທຳ​ອິດ​ໃນ​ງານ​ວາງສະ​ແດງ​ສິນຄ້າຈີນ-​ອາ​ຊຽນ​ທີ່ໄດ້​ບັນລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.

ຄຳ​ເຫັນ

0