吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ຄວບ​ຄຸມ​ການ​ເດີນ​ລົດ​ໂຄງການ​ລົດ​ໄຟຈີນ-​ລາວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

2021-10-17 15:06:24 cri

ສູນ​ຄວບ​ຄຸມ​ການ​ເດີນ​ລົດ​ໂຄງການ​ລົດ​ໄຟຈີນ-​ລາວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ_fororder_微信图片_20211017150316

 

 ຫວ່າງມໍ່ໆ​ມາ​ນີ້, ສູນ​ຄວບ​ຄຸມ​ການ​ເດີ​ນລົດ​ໂຄງການ​ລົດ​ໄຟຈີນ​-ລາວທີ່​ຕັ້ງ​ຢູ່​ສະຖານີລົດ​ໄຟ​ວຽງ​ຈັນ​ໄດ້​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​​ເຊິ່ງ​ເປັນ​ການ​ສ້າງ​ພື້ນຖານ​ທີ່​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟຈີນ​-ລາວ​​ຢ່າງ​ມີ​ຄຸນ​ນະພາ​ບສູງ.

 

ສູນ​ຄວບ​ຄຸມ​ການ​ເດີນ​ລົດ​ໂຄງການ​ລົດ​ໄຟຈີນ-​ລາວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ_fororder_微信图片_20211017150321

 

     ຫຼັງ​ຈາກ​ສູນ​ຄວບ​ຄຸມ​ການ​ເດີນ​ລົດ​ເປີດ​ນຳໃຊ້​ແລ້ວ, ພະນັກງານ​ຄວບ​ຄຸມ​​ການ​ເດີນ​ລົດສາມາດອອກ​ຄຳ​ສັ່ງ​ຕ່າງໆໄດ້​ໂດຍ​ຜ່ານ​ຄອມ​ພິວ​ເຕີ ​ເຊັ່ນ: ​ການ​ເດີນ​ລົດ​ຕໍ່​ໄປ,ສະຖານີ​ທີ່​ຈະ​ຮ​ອດ, ຖ້ຽວ​ລົດ, ​ໄລຍະທາງ​ການ​ເດີນ​ລົດ ​ແລະ ຄວາມ​​ໄວ​ການ​ເດີນ​ລົດ​ເປັນ​ຕົ້ນ, ເຊິ່ງ​ມີ​ບົດບາດ​ສຳຄັນ​ເປັນ​ຂໍ​ກະ​ແຈ​​ເພື່ອ​ຮັບປະກັນການ​ເດີນ​ລົດ​ຢ່າງ​ປອດ​ໄພ ​ແລະ ມີ​ປະສິດທິພາບ​ສູງ.


    ທາງ​ລົດ​ໄຟ​ຈີນ​-ລາວ​ທິດ​ເໜືອ​​ເລີ່​ມ​ແຕ່​ນະຄອນ​ຄຸນ​ມີ​ງ ​ເທດ​ສະ​ບານ​ແຂວງ​ຢຸນນານ​ຈີນ, ທິດ​ໃຕ້​​ລົງຮອດ​ນະຄອນຫຼວງ​ວຽງ​ຈັນ​ສ​ປ​ປ​ລາວ. ​ໃນ​ນັ້ນ,​ ຕອນ​ທາງ​ລົດ​ໄຟ​ຢູ່​​ໃນ​ແດນລາວ​ຍາວ 422,4 ກິ​ໂລ​ແມັດ, ​ລ້ວນ​ແຕ່​ນຳ​ໃຊ້​ມາດຖານ​ເຕັກນິກ​ຂອງ​ຈີນ, ​ນຳ​ໃຊ້​ເຄື່ອງ​ອຸປະກອນ​ຂອງ​ຈີນ ​ແລະ ຕິດ​ຕໍ່​ກັບ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຂອງ​ຈີນ.

ຄຳ​ເຫັນ

0