何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຖິ້ມ​ວັກ​ຊີນ​ໂຄວິດ-19ຫຼາຍກວ່າ 15 ລ້ານຫຼອດ

2021-10-17 15:54:47 CRI

ອີງ​ຕາມ​ຂໍ້​ມູນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ ຮອບ​ກິ​ສ​ຂອງ​ອາ​ເມ​ຣິ​ກາ, ມາ​ຮອດ​ເວ​ລາ 4 ໂມງ 21 ນາ​ທີ​ຂອງວັນ​ທີ 17 ຕຸ​ລາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ຢູ່​ອາ​ເມ​ຣິ​ກາ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ລວມ​ທັງ​ໝົດ 44.910.656 ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 724.122 ກໍ​ລ​ະ​ນີ.

ໜັ​ງ​ສື​ພິມ ກາ​​ດຽນ ຂອງ​ອັງ​ກິດ​ລາຍ​ງານ​ວ່າ, ໃນ​ເວ​ລາ​ທີ່​ທົ່ວ​ໂລກ​ປະ​ເຊີນ​ກັບ​ບັນ​ຫາ​ທີ່​ຂາດ​ເຂີນ​ວັກ​ຊີນ​ໂຄວິດ-19, ​ອາ​ເມ​ຣິ​ກາ​ພັດໄດ້​ສິ້ນ​ເປືອງວັກ​ຊີນ​ໂຄວິດ-19 ນັບ​ເປັນ​ລ້ານ​ຫຼອດ​ໄປ​ລ້າໆ. ຂໍ້​ມູນ​ຂອງ​ສູນ​​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ​ສະ​ແດ​ງ​ໃຫ້​ເຫັນ​ວ່າ, ແຕ່​ເດືອນ​ມີ​ນາ​ຮອດ ເດືອນ​ກັນ​ຍາ​ປີ 2021, ອາ​ເມ​ຣິ​ກາ​ໄດ້​ປະ​ຖິ້ມ​ວັກ​ຊີນ​ໂຄວິດ-19 ຢ່າ​ງ​ໜ້ອຍ 15 ລ້ານຫຼອດ.

 

ແຕ່ໃນ​ຂະ​ນະ​ດຽວ​ກັນ​ນັ້ນ, ໃນ​ໂລກ​ຍັງ​ມີ​ຄົນຈຳ​ນວນຫຼາຍ​ຕ້ອງ​ຄອຍ​ຖ້າ​ສັກ​ວັກ​ຊີນ, ນັບ​ມາ​ຮອດ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ຢູ່​ປະ​ເທດ​ລາຍ​ຮັບ​ຕ່ຳ​ມີ​ປະ​ຊາ​ກອນ​ພຽງ​ແຕ່ 1% ໄດ້​ສັກ​ວັກ​ຊິນ​ໂຄວິດ -19 ​ເຂັມ​ທຳ​ອິດ.

ຄຳ​ເຫັນ

0