何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​​​ວ່າ​ດ້ວຍ​ວຽກ​ງານຄົມ​ມະ​ນາ​ຍົມ​ແບບ​ຍືນ​ຍົງ​ຂອງ​ໂລກ​ຄັ້ງ​ທີ 2ເຜີຍ​ແຜ່ “ຖະ​ແໜງ​ການ​ປັກ​ກິ່ງ”

2021-10-17 10:59:16 CRI

ກອງ​ປະ​ຊຸມ​​​ວ່າ​ດ້ວຍ​ວຽກ​ງານຄົມ​ມະ​ນາ​ຍົມ​ແບບ​ຍືນ​ຍົງ​ຂອງ​ໂລກ​ຄັ້ງ​ທີ 2ເຜີຍ​ແຜ່ “ຖະ​ແໜງ​ການ​ປັກ​ກິ່ງ”_fororder_1017-1

ວັນ​ທີ 16 ຕຸ​ລາ​ນີ້, ກອງ​ປະ​ຊຸມອົງ​ການ​​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ວຽກ​ງານຄົມ​ມະ​ນາ​ຍົມ​ແບບ​ຍືນ​ຍົງ​ຂອງ​ໂລກ​ຄັ້ງ​ທີ 2ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນວັນ​ທີ 16 ຕຸ​ລາ​ນີ້, ​ໃນມື້​ດຽວ​ກັນ,  ​ເວັບ​ໄຊ​ທາງ​ການ​ຂອງກອງ​ປະ​ຊຸມດັ່ງ​ກ່າວ​ໄດ້​ເຜີຍ​ແຜ່“ຖະ​ແຫຼງ​ການ​ປັກ​ກິ່ງ” ​ເຊິ່ງ​ເປັນ​ເອ​ກະ​ສານ​ໝາກ​ຜົນ​ຂອງກອງ​ປ​ະ​ຊຸມ​ຄັ້ງ​ນີ້.

ໃນ​ຖະ​ແຫຼງ​ການ​ດັ່​ງາ​ກ່າວໄດ້​ແນ​ະ​ນຳ​ຄວາມ​ສຳ​ຄັນ​ຂອງ​ການ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ, ໂດຍບັນ​ລະ​ຍາຍ​​ວ່າ ການ​ເລັ່ງ​ລັດ​ຫັນ​ປ່ຽນ​ໄປ​ສູ່​ການ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ແມ່ນຊ່ອງ​ທາງ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ໄດ້​ສະ​ເໜີ​ວ່າ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ຢ່າງ​ເໝາະສົມ​ແມ່ນ​ສິ່ງ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ, ສົ່ງ​ເສີມ​ໃຫ້​ບັນ​ດາ​ປະ​ເທດ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ, ການ​ເສີມ​ສ້າງ​ຄວາມ​ສາ​ມາດ ແລະ ການ​ແລກ​ປ່ຽນ​ຄວາມ​ຮູ້, ຊຸກ​ຍູ້​ການ​ພັ​ດ​ທະ​ນາ ແລະ ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເ​ຕັກ​ໂນ​ໂລ​ຊີ, ຊຸກ​ຍູ້​ລະ​ບົບການ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ແບບ​ຍືນ​ຍົງ ແລະ ພື້ນ​ຖານ​ໂຄງ​ລ່າງ​ຂະ​ຫຍາຍ​ໄປ​ສູ່​ຊົ​ນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກຫຼີກ, ແລະ​ປະ​ເທດ​ທີ່​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ພິ​ເສດ, ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​ດ້ານ​ຄົມ​ມະ​ນາ​ຄົມ​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ໂລກ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຕ້ານຄວາມ​ສ່ຽງ ແລະ ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດ​ຢ່າງ​ສຸກ​ເສີນ. ໃນ​ບາດ​ກ້າວ​ຕໍ່​ໄປ, ຝ່າຍ​ຕ່າງໆ​ສາ​ມາດ​ພິ​ຈາ​ລ​ະ​ນາ​ຖອດ​ຖອນ​ບົດ​ຮຽນ​ຈາກ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈັດ​ເອົາ​ເປົ້າ​ໝາຍການ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ເຂົ້າ​ສູ່​ແຜນ​ພັດ​ທະ​ນາ​ແຫ່ງ​ຊາດ, ລວບ​ລວມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຝ່າຍ​ຕ່າງໆ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງເມື່ອ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ສັນ​ຍາ​ປາ​ຣີ ໃຫ້​ດີກວ່າ​ເກົ່າ.

 

ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ຍັງລະ​ບຸ​ຕື່ມ​ອີກວ່າ, ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຄັັ້ງ​ນີ້, ຊົມ​ເຊີຍ​ຈີນ​ທີ່​ໄດ້​ສ້າງ​ສູ​ນ​ຄວາມ​ຮູ້ ແລະ ​ປະ​ດິດ​ສ້າງ​ໃໝ່​ດ້ານການ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ສາ​ກົນ, ປະ​ກອບ​ສ່ວນ​ເພື່ອ​ແບ່ງ​ປັນ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຄົມ​ມະ​ນາ​ຄົມ​ແບ​ບ​ຍືນ​ຍົງ ແລະ ​ການ​ຊ່ວຍເສີມ​ສ້າງ​ຄວາມ​ສາ​ມາດ​ໃຫ້​ແກ່ປະ​ເທດ​ພວມ​ພັດ​ທະ​ນາ.

ຄຳ​ເຫັນ

0