吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຫຼວງ​ບາງກອກ​ຜ່ອນຜັນ​ຂໍ້​ຈຳກັດ​ການ​ຕ້ານ​ພະຍາດ​ໂຄ​ວິດ-19

2021-10-17 15:14:14 cri

    ວັນ​ທີ 16 ຕຸລາ​ນີ້, ຄະນະ​ກຳມະການ​ພະຍາດຕິດ​ແປດນະຄອນຫຼວງບາງກອກ​ປະ​ເທດ​ໄທ​ໄດ້​ຜ່ານ​ມະຕິ​ວ່າ, ​ເນື່ອງ​ຈາກວ່າ​ສະພາບ​ການ​ແຜ່​ລະບາດ​​ຂອງ​ພະ​ຍາດໂຄ​ວິດ-19 ​ຢູ່ນະຄອນຫຼວງ​ບາງກອກ​ໄດ້​ຜ່ານ​ຄາຍ​ລົງ ຈຶ່ງຕົກລົງ​ຜ່ອນ​ຜັນ​ຂໍ້​ຈຳກັດ​ຕ້ານ​ພະຍາດ​​ໂຄ​ວິດ-19 ​ຢູ່​ສະ​ຖານ​ທີ່​ການ​ເຮັດທຸລະ​ກິດ​ຕ່າງໆ​​ແຕ່​ວັນ​ທີ 16 ຫາ​ວັນ​ທີ 31 ​ເດືອນ​​ຕຸ​ລານີ້, ອະນຸຍາດ​ໃຫ້​ຮ້ານ​ຄ້າ, ຕະຫຼາດ, ​ໂຮງ​ຮູບ​ເງົາ, ​ໂຮງ​ລະຄອນ, ສະໜາມກິລາ ​ແລະ ສວນສາທາລະນະ​ດຳ​ເນີນ​ທຸລະ​ກິດ​ເຖິງ 22 ​ໂມງ. ຢູ່​ໂຮງ​ແຮມ ​ແລະ ສູນ​ວາງ​ເປັນ​ຕົ້ນສະ​ແດງ​ສາມາດ​ຈັດ​ກິດຈະກຳ​ທີ່​​ມີຄົນ​ເຂົ້າ​ຮ່ວມ​ບໍ່​ກາຍ 50 ຄົນ.

 

    ວັນ​ທີ 16 ຕຸລາ​ນີ້, ສູນ​ຄວບ​ຄຸມພະ​ຍາດ​​ໂຄ​ວິດ-19 ຂອງ​ລັດຖະບານ​ໄທ​ແຈ້ງ​ໃຫ້​ຮູ້​ວ່າ, ໃນມື້​ດຽວ​ກັນ,​ ຈຳນວນ​ຜູ້​ຖືກບົ່ງມະຕິ​​ເປັນພະຍາດ​​ໂຄ​ວິດ-19 ເພີ່ມ​ໃໝ່ 10.684 ກໍລະນີ, ​ໃນ​ນັ້ນ ນະຄອນຫຼວງ​ບາງກອກ​​ເພີ່​ມ​ໃໝ່ 1.077 ກໍລະນີ, ນັບ​ລວມ​ແລ້ວ​ໄດ້​ມີ 1.772.838 ກໍລະນີ​. ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ເປັນ​ພະຍາດ​​ໂຄ​ວິດ-19 ​ເພີ່ມ​ໃໝ່​ 82 ຄົນ, ນັບ​ລວມ​ແລ້ວມີ 18.205 ຄົນ. ຢູ່​ໄທ​ຜູ້​ໄດ້​ສັກ​ວັກ​ຊິນ​ຄົບ​ສອງ​ເຂັມ​ມີ​ຫຼາຍກວ່າ 25 ລ້ານ​ຄົນ​ແລ້ວ.

 

ຄຳ​ເຫັນ

0