秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ເສຍຊີວິດຍ້ອນຝົນຕົກໜັກຢູ່ພາກໃຕ້ອິນເດຍໄດ້ເພີ່ມຂຶ້ນເປັນ 26 ຄົນ

2021-10-18 14:25:13 cri

ໃນຫຼາຍ​ມື້​ມໍ່ໆ​ມາ​ນີ້, ຫຼາຍແຫ່ງ​ຢູ່​ລັດ​ເກ​ຣາ​ລາ ທາງ​ພາກ​ໃຕ້​ອິນ​ເດຍ​ໄດ້ເກີດ​ມີ​ຝົນ​ຕົກ​ໜັກ ແລະ ເຮັດ​ໃຫ້​ເກີດ​ມີ​ໄພ​ນ້ຳ​ຖ້ວມ ແລະ ພູ​ເຈື່ອນ. ປັດ​ຈຸ​ບັນ, ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 26 ຄົນ.

ຕາມ​ໜັງ​ສື​ພິມ “ອິນ​ເດຍ​ວັນ​ນີ້” ສະ​ບັບ​ວັນ​ທີ 17 ຕຸ​ລາ​ນີ້​ໄດ້​ລາຍ​ງານ​ວ່າ: ປັດ​ຈຸ​ບັນ, ລັດ​ເກ​ຣາ​ລາ​ໄດ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໜ່ວງ, ມີ 26 ຄົນ​ເສຍ​ຊີ​ວິດ ແລະ ຫຼາຍ​ຄົນ​ຫາຍ​ສາບ​ສູນ. ກອງທັບ ແລະ​ກອງ​ທະ​ຫານຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ສຸກ​ເສີນ​ແຫ່ງ​ຊາດ ແລະ ພາກ​ສ່ວນ​ອື່ນໆ​ຂອງ​ອິນ​ເດຍ​ ກຳ​ລັງ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ພາກ​ສ່ວນ​ອຸ​ຕຸ​ນິ​ຍົມ​ຂອງ​ອິນ​ເດຍ​ພະ​ຍາ​ກອນ​ວ່າ: ຝົນ​ຕົກ​ໜັກ​ຢູ່​ລັດ​ເກ​ຣາ​ລາ​ຈະ​ຄ່ອຍຫຼຸດ​ລົງແຕ່​ວັນ​ທີ 17 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0