吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລືສາ​ກົນ​ວ່າ​ດ້ວຍ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຈີນ​ຈະ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ

2021-10-18 12:04:18 CRI

     ເວ​ທີ​ປຶກ​ສາ​ຫາ​ລືສາ​ກົນ​ວ່າ​ດ້ວຍ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຈີນຄັ້ງ​ທີ 9 ທີ່​ມີ​ຫົວ​ຂໍ້​ວ່າ “ພັກ​ກອມ​ມູ​ນິດ​ຈີນ•ຈີນ​ກັບໂລກ” ຈະ​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນຊຽງ​ໄຮ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 19 ຕຸ​ລາ​ນີ້.

 

    ຂ່າວ​ແຈ້ງວ່າ, ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ວ່າ​ດ້ວຍ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຈີນ​ຄັ້ງ​ທີ 9 ຈະ​ເຊີນ​ນັກ​ວິ​ຊາ​ການ​ຜູ້​ມີ​ຊື່​ສຽງ​ຂອງ​ຈີນ ແລະ ຕ່າງ​ປະ​ເທດ 156 ທ່ານ​ເຂົ້າ​ຮ່ວມ. ​ບັນ​ດາ​ນັກ​ວິ​ຊາ​ການ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂະ​ບວນ​ວິ​ວັດ​ຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ພ້ອມ​ທັງ​ຄວາມ​ໝາຍ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ຕໍ່​ອະ​ນາ​ຄົດ​ຂອງ​ຈີນ ແລະ ໂລກ​ຈາກ​ຫຼາຍ​ຂົງ​ເຂດ ເຊັ່ນ: ການ​ເມືອງ, ເສ​ດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ການ​ພົວ​ພັນ​ສາ​ກົນ​ເປັນ​ຕົ້ນ.


    ເວ​ທີ​ປຶກ​ສາ​ຫາ​ລື​​ສາ​ກົນ​ວ່າ​ດ້ວຍ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຈີນ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ ແລະ ອົງ​ການ​ປົກ​ຄອງ​ນະ​ຄອນ​ຊຽງ​ໄຮ, ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຊຽງ​ໄຮ ແລະ ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ຊຽງ​ໄຮ​ເປັນ​ຜູ້​ຮັບ​ຈັດ.

ຄຳ​ເຫັນ

0