尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່​ອາ​ເມ​ຣິ​ກາ​ຍັງ​​ມີ​ປະ​ຊາ​ຊົນ​ປະ​ມານ 66 ລ້ານ​ຄົນ​ບໍ່​​ທັນໄດ້​ສັກ​ວັກ​ຊີນ​ໂຄວິດ-19 ອາດ​ຈະ​ເຮັດ​ໃຫ້​ເກີດ​​ມີການ​ແຜ່​ລະ​ບາດ​ທີ່​ຮ້າຍ​ແຮງ​ໃນຮອ​ບ​ທີ 5

2021-10-18 17:24:18 cri

      ວັນ​ທີ 17 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ອັນ​ໂຕ​ນີ ຟາວ​ຊີ ທີ່​ປຶກ​ສາ​ດ້ານ​ການ​ແພດ​ຜູ້​ທີ​ໜຶ່ງ​ຂອງ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຢູ່​ອາ​ເມ​ຣິ​ກາ​ຍັງ​ມີ​​ປະ​ຊ​າ​ຊົນປະ​ມານ 66 ລ້ານ​ຄົນ​ທີ່​ມີ​ສິດ​ສັກ​ວັກ​ຊີນ​ໂຄວິດ-19 ​ແຕ່​ຍັງບໍ່​ທັນ​​ໄດ້ສັກ​ເທື່ອ, ປ​ະ​ຊາ​ຊົນ​ທີ່​ບໍ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19​ ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຮ້າຍ​ແຮງ​​ໃນຮອ​ບ​ທີ 5.
 

      ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ຫຼື CDC ໄດ້​ເປີ​ດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຈຳ​ນວນ​ປະ​ຊາ​ກອນ​ທີ່​ມີ​ອາ​ຍຸ​ແຕ່ 12 ປີ​ແລະ​ຫຼາຍກວ່າ 12 ປີ​​ຢູ່ອາ​ເມ​ຣິ​ກາ​ມີ 77% ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຢ່າງ​ໜ້ອຍ​ເຂັມ​ໜຶ່ງແລ້ວ ແລະມີ​ປະ​ຊາ​ຊົນ 67% ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຄົບ​ສອງ​ເຂັມ.

ຄຳ​ເຫັນ

0