蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ບົບ​ສາຍ​ສົ່ງ​ກາງ​ຫາວ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ກ​ະ​ແສໄຟ​ຟ້າ​ຄັ້ງ​ທຳ​ອິດ

2021-10-18 14:24:24 CRI

ລະ​ບົບ​ສາຍ​ສົ່ງ​ກາງ​ຫາວ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ກ​ະ​ແສໄຟ​ຟ້າ​ຄັ້ງ​ທຳ​ອິດ_fororder_jiechuwang

     ເວ​ລາ 10 ໂມງ​ຂອງວັນ​ທີ 17 ຕຸ​ລານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂຄງ​ການລະ​ບົບ​ສາຍ​ສົ່ງ​ກາງ​ຫາວ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍຂະ​ແໜງ​ໄຟ​ຟ້າ​ອູ​ຮັ້ນ​ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ ແລະ​ອອກ​ແບບ​ໂດຍ​ກຸ່ມ​ບໍ​ລິ​ສັດ​ຈົ່ງ​ເຖຍ​ເອີ້​ຢ້ວນ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ຄັ້ງ​ທຳ​ອິດ, ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ ລະ​ບົບ​ສາຍ​ສົ່ງ ແລະ​ອຸ​ປະ​ກອນ​ທີ່​ກ່ຽວ​ຂ້ອງ​ທັງໝົດ​ລ້ວນ​ແຕ່​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິດີ.

     ຂອບ​ເຂດ​ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ໃນ​ຄັ້ງ​ນີ້​ລວມມີສະ​ຖາ​ນີ​ລົດ​ໄຟ 20 ແຫ່ງທີ່ລຽບ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ເຊັ່ນ: ສະ​ຖາ​ນີບໍ່​ເຕນ ເມືອງ​ໄຊ ຫຼວງ​ພະ​ບາງ ກາ​ສີ ວຽງ​ຈັນ ແລະ​ອື່ນໆ ພ້ອມ​ທັງ​ທາງ​ລົດ​ໄຟ​ທີ່​ມີ​ຄວາມ​ຍາວ 422,441 ກີໂລ​ແມັດ. ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ໃນ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ລະ​ບົບ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ມີ​ສະ​ພາບ​ການ​ເຮັດ​ວຽກ​ເປັນ​ປົກ​ກະ​ຕິ​ດີ, ໝໍ້​ແບ່ງ(transformer)ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ, ເຕັກ​ນິກດ້ານ​ຕ່າງໆລ້ວນ​ແຕ່​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ອອກ​ແບບແລະ​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ການກໍ່​ສ້າງ.

     ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ໃນ​ຄັ້ງນີ້, ເປັນການ​ສ້າງ​ເງື່ອນ​ໄຂໃຫ້​ແກ່​ການ​ທົດ​ລອງແລ່ນ​ລົດ​ໄຟ ແລະ​ວຽກ​ງານກວດ​ກາ​ໃນ​ເວ​ລາ​ລົດ​ແລ່ນທີ່​ຈະ​ປະ​ຕິ​ບັດ​ງານ​ໃນ​ຕໍ່​ໜ້ານີ້, ຍັງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟຈີນ-ລາວ​ໃນ​ເດືອນ​ທັນ​ວາ​ປີນີ້​ຕາມ​ເວ​ລາ​ກຳ​ນົດ.

ຄຳ​ເຫັນ

0