莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

11 ຂໍ້ຫ້າມກ່ຽວກັບຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ

2021-10-18 17:41:55 cri

11 ຂໍ້ຫ້າມກ່ຽວກັບຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211018143336

ຜ່ານຄວາມດຸໝັ່ນຂະຫຍັນພຽນມາເປັນເວລາຫຼາຍປິຂອງປະຊາຊົນສອງຊາດລາວ-ຈີນ,ມາຮອດໄລຍະນີ້, ທາງລົດໄຟລາວ-ຈີນກໍໃກ້ຈະເປີດດຳເນີນການແລ້ວ, ວຽກງານກໍ່ສ້າງທາງລົດໄຟກໍໃກ້ຈະສໍາເລັດຢ່າງຈົບງາມ.ພາຍຫຼັງທີ່ທາງລົດໄຟເປີດການບໍລິການແລ້ວ,ການດໍາເນີນການທາງລົດໄຟໃຫ້ມີຄວາມປອດໄພແມ່ນສິ່ງທີ່ປະຊາຊົນລາວ-ຈີນສອງປະເທດໃຫ້ຄວາມສຳຄັນສູງ. ການສະໜອງໄຟຟ້າໃຫ້ແກ່ລະບົບຈ່າຍໄຟເໜືອຫົວ ສາຍແລະ ສາຍໄຟຕາມເສັ້ນທາງລົດໄຟໃຫ້ເປັນປົກກະຕິ ແລະ ໝັ້ນຄົງແມ່ນເປັນການຮັບປະກັນຄວາມປອດໄພໃນການເປີດດໍາເນີນການທາງລົດໄຟທີ່ສໍາຄັນ, ການທໍາລາຍວັດສະດຸອຸປະກອນໄຟຟ້າຂອງທາງລົດໄຟ ບໍ່ພຽງແຕ່ເປັນອັນຕະລາຍຕໍ່ຄວາມປອດໄພດ້ານການດໍາເນີນການຂອງທາງລົດໄຟເທົ່ານັ້ນ,ແຕ່ຍັງຈະເຮັດໃຫ້ເກີດເຫດການໄຟຟ້າຊັອດຈົນເຖິງແກ່ຊີວິດໄດ້. ເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟລາວ-ຈີນ ເລີ່ມມີການກະຈາຍໄຟຟ້າມາຕັ້ງແຕ່ເດືອນ 8 ປີ 2021ນີ້, ສ່ວນລະບົບຈ່າຍໄຟເໜືອຫົວ ແມ່ນໄດ້ເລີ່ມຈ່າຍໄຟຟ້າແຕ່ຕົ້ນເດືອນ10ປີ2021ເປັນຕົ້ນໄປ,ເພື່ອຮັບປະກັນໃຫ້ທາງລົດໄຟລາວ-ຈີນສາມາດເປີດການບໍລິການໄດ້ຕາມກໍານົດເວລາ ແລະ ຮັບປະກັນດ້ານຄວາມປອດໄພຂອງປະຊາຊົນ ແລະ ຄວາມປອດໄພໃນການດໍາເນີນການ. ສະນັ້ນ,ບໍລິສັດທາງລົດໄຟລາວ-ຈີນຈໍາກັດຈຶ່ງຂໍແຈ້ງເຕືອນມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວທັງຫຼາຍໃຫ້ປະຕິບັດຕາມກົດລະບຽບດ້ານຄວາມປອດໄພດັ່ງຕໍ່ໄປນີ້:​

1、严禁偷盗、破坏铁路电缆电线、接触网等设备设施,一经发现除追索经济损失外,并移送执法机关。

1. ຫ້າມລັກ, ທໍາລາຍສາຍເຄເບິ້ນ,ສາຍໄຟຂອງທາງລົດໄຟ ແລະ ເຄື່ອງອຸປະກອນ ລະບົບຈ່າຍໄຟເໜືອຫົວ  ແລະ ເຄື່ອງຕິດຕັ້ງໄຟຟ້າອື່ນໆ ຢ່າງເດັດຂາດ. ກໍລະນີຫາກພົບເຫັນ ນອກຈາກຈະໃຫ້ຊົດເຊີຍຄ່າເສຍຫາຍທາງເສດຖະກິດແລ້ວ ຍັງຈະຕ້ອງມອບໃຫ້ໜ່ວຍງານກົດໝາຍທີ່ກ່ຽວຂ້ອງດໍາເນີນຄະດີຕາມກົດໝາຍ.

2、社会公众若发现铁路电气化设施被盗、毁坏、拆卸、发生火灾等,应立即向附近的车站工作人员或负责铁路安全的军警人员报告。 

 2. ກໍລະນີມວນຊົນຫຼືສັງຄົມພົບເຫັນເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟຖືກລັກ, ທໍາລາຍ, ມ້າງເພ, ເກີດອັກຄີໄພ ແລະ ອື່ນໆ, ຈະຕ້ອງໄດ້ລາຍງານຕໍ່ພະນັກງານທີ່ຢູ່ໃນສະຖານີທີ່ໃກ້ຄຽງ ຫຼື ເຈົ້າໜ້າທີ່ຕໍາຫຼວດທີ່ຮັບຜິດຊອບດ້ານຄວາມປອດໄພຂອງທາງລົດໄຟທັນທີ.

3、严禁向电气化铁路接触网抛投物品,严禁在公路跨铁路桥上,向接触网小便。

3. ຫ້າມຖິ້ມ ຫຼື ໂຍນ ວັດຖຸສິ່ງຂອງໃສ່ລະບົບຈ່າຍໄຟເໜືອຫົວ ຂອງທາງລົດໄຟຢ່າງເດັດຂາດ, ຫ້າມປັດສະວະໃສ່ສາຍສົ່ງກາງຫາວທີ່ຢູ່ບໍລິເວນຂົວເທິງທາງລົດໄຟເດັດຂາດ.

4、严禁在接触网两侧各500米的范围内升放风筝、气球等低空漂浮物体。

4. ຫ້າມປ່ອຍວ່າວ,ປູມເປົ້າ ແລະ ວັດຖຸທີ່ສາມາດລອຍໃນອາກາດພາຍໃນຂອບເຂດ 500 ເເມັດ ທັງສອງເບື້ອງຂອງລະບົບຈ່າຍໄຟເໜືອຫົວສາຍ ຢ່າງເດັດຂາດ.

5、严禁攀登铁路电力线路杆塔或者在杆塔上架设、安装其他设施设备。

5. ຫ້າມປີນໄຕ່ຂຶ້ນເສົາໄຟຟ້າທີ່ຢູ່ຕາມທາງລົດໄຟ ຫຼື ຕິດຕັ້ງອຸປະກອນຕ່າງໆໃສ່ເທິງເສົາໄຟຟ້າ.

6、严禁在铁路电力线路杆塔、拉线、电缆周围20米范围内取土、打桩、钻探或者排污、倾倒垃圾及其他危害铁路安全的物质。

6. ຫ້າມຂຸດດິນ, ຕອກເສົາເຂັມ, ເຈາະຂຸດຄົ້ນ ຫຼື ປ່ອຍນ້ຳເປື້ອນ, ຖີ້ມຂີ້ເຫຍື້ອ ແລະ ວັດຖຸຕ່າງໆທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງທາງລົດໄຟ ພາຍໃນຂອບເຂດ 20 ເເມັດຂອງເສົາໄຟຟ້າແລະຫ້າມດຶງສາຍໄຟ, ສາຍເຄເບິ້ນທີ່ຢູ່ອ້ອມຂ້າງຕາມແລວທາງລົດໄຟຢ່າງເດັດຂາດ.

7、严禁触碰电气化铁路接触网。

7. ຫ້າມສໍາພັດກັບລະບົບໄຟຟ້າສາຍສົ່ງກາງຫາວຂອງທາງລົດໄຟຢ່າງເດັດຂາດ.

8、发现接触网断线及其部件损坏或在接触网上挂有线头、绳索等物,均不准与之接触,同时保持10米以上安全距离。发现上述异常情况,及时向附近车站报告。

8.ກໍລະນີພົບເຫັນສາຍໄຟລະບົບຈ່າຍໄຟເໜືອຫົວຂາດ ແລະ ຊິ້ນສ່ວນຂອງມັນມີການເປ່ເພເສຍຫາຍ ຫຼື ມີປາຍຂອງສາຍໄຟ,ສາຍເຊືອກ ແລະ ວັດຖຸຕ່າງໆທີ່ແຂວນຫ້ອຍຢູ່ເທິງລະບົບຈ່າຍໄຟເໜືອຫົວສາຍແມ່ນຫ້າມບໍ່ໃຫ້ໄປສໍາພັດເດັດຂາດ ໃນເວລາດຽວກັນນັ້ນໃຫ້ຮັກສາໄລຍະຫ່າງຄວາມປອດໄພ 10 ແມັດ ຂຶ້ນໄປ. ຖ້າຫາກພົບເຫັນສິ່ງຜິດປົກກະຕິຕ້ອງລາຍງານຕໍ່ສະຖານີທີ່ໃກ້ຄຽງໃຫ້ທັນເວລາ.

9、严禁在铁路线路安全保护区内烧荒、放养牲畜、种植影响铁路线路安全和行车瞭望的树木等植物。

    9. ຫ້າມຈູດປ່າ, ລ້ຽງສັດ, ປູກພືດຜັກ ແລະ ປູກຕົ້ນໄມ້ອື່ນໆ ພາຍໃນຂອບເຂດຮັກສາຄວາມປອດໄພຂອງແລວທາງລົດໄຟຢ່າງເດັດຂາດ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງເສັ້ນທາງລົດໄຟ ແລະ ການແລ່ນລົດໄຟ.

10.非铁路工作人员,严禁进入铁路防护栏内和铁路沿线牵引变配电所、基站内玩耍、放牧或停留。

10. ບຸກຄົນທີ່ບໍ່ເເມ່ນພະນັກງານທາງລົດໄຟ, ຫ້າມເຂົ້າໄປໃນຮົ້ວປ້ອງກັນຂອງທາງລົດໄຟ ແລະ ສະຖານນີໄຟຟ້າແບບຂັບເຄື່ອນຂອງທາງລົດໄຟຢ່າງເດັດຂາດ, ຫ້າມເຂົ້າໄປຫຼິ້ນ, ລ້ຽງສັດ ຫຼື ຢືນຈຶ້ງຢູ່ພາຍໃນຖະໜົນທາງລົດໄຟ ຢ່າງເດັດຂາດ.

11.非铁路工作人员,严禁进入铁路四电设备用房,不得触摸任何开关或按钮,以免影响设备运行导致行车安全和人身安全。

11. ບຸກຄົນທີ່ບໍ່ແມ່ນພະນັກງານທາງລົດໄຟ, ຫ້າມເຂົ້າໄປໃນອາຄານຄວບຄຸມລະບົບໄຟຟ້າຂອງທາງລົດໄຟຢ່າງເດັດຂາດ, ຫ້າມບໍ່ໃຫ້ຈັບສະວິດ ຫຼື ປຸ່ມຕ່າງໆເພື່ອຫຼີກຫຼ່ຽງບໍ່ໃຫ້ມີຜົນກະທົບຕໍ່ການດໍາເນີນງານຂອງອຸປະກອນ.ນີ້ກໍເພື່ອຄວາມປອດໄພຂອງການຂັບຂີ່ຂອງລົດໄຟ ແລະ ຄວາມປອດໄພຂອງຄົນ.

11 ຂໍ້ຫ້າມກ່ຽວກັບຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211018143342

ຄຳ​ເຫັນ

0