吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເຂົ້າ​ຊົມ​ຫໍ​ວາງ​ສະ​ແດງ​ຈີນ​ມີ​ຫຼາຍກວ່າ 1 ແສນ​ຄົນ

2021-10-18 12:09:41 CRI

    ນັບ​ແຕ່​ເປີດ​ງານ​​ວາງ​ສະ​ແດງ​ໂລກດູ​ບາຍ​ແຕ່​ວັນ​ທີ 1 ຕຸ​ລາ​ນີ້​ເປັນ​ຕົ້ນ​ມາ, ຫໍ​ວາງ​ສະ​ແດງ​ຂອງຈີນ​ກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ຈາກນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ. ໃນ​ຖາ​ນະ​ທີ່​ເປັນ​ຫໍ​ວາງ​ສະ​ແດງຂະ​ໜາດ​ໃຫຍ່​ທີ່​ສຸດ​​ແຫ່ງ​ໜຶ່ງ​ຂອງ​ງານ​ວາງ​ສະ​ແດງ​ໂລກດູ​ບາຍ, ຈຳ​ນວນ​ຜູ້​​ເຂົ້າ​ຊົມ​ຫໍ​ວາງ​ສະ​ແດງ​ຈີນ​ມີ​ຫຼາຍກວ່າ 1 ແສນ​ຄົນ​ພາຍ​ໃນ 20 ວັນ, ກວມ 1/6 ຂອງຍອດ​ຈຳ​ນວນ​ຜູ້​​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ໂລກ​ຄັ້ງ​ນີ້.


     ນັບ​ແຕ່​ເປີດ​​ຫໍ​ວາງ​ສະ​ແດງ​ເປັນ​ຕົ້ນ​ມາ, ​ຫໍ​ວາງ​ສະ​ແດງ​ຈີນໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ ເຊັ່ນ: ວັນ​ເປີຍ​ໂຕ, ງານ​ວາງ​ສະ​ແດງ​ໝີ​ແພນ​ດາ ແລະ ສັບ​ປະ​ດາ​ປັກ​ກິ່ງ​ເປັນ​ຕົ້ນ, ຍັງ​ຈະ​ຈັດ​ກິດ​ຈະ​ກຳ​ສັບ​ປະ​ດາ​ຈ່ຽງ​ຊູ່​ແຕ່​ວັນ​ທີ 18 ຫາ​ວັນ​ທີ 20 ຕຸ​ລາ​ນີ້. ຫຼັງ​ຈາກ​ນັ້ນ, ​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ຍັງ​ຈະ​ຈັດ​​ກິດ​ຈະ​ກຳ​ຮ່ວມ​ກັບ​ຫໍ​ວາງ​ສະ​ແດງ​ຈີນ ເຊິ່ງ​ຈະ​ຖ່າຍ​ທອດ​ວັດ​ທະ​ນະ​ທຳ​ຈີນ​ສູ່​ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ.

ຄຳ​ເຫັນ

0