吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ບາ​ຣ໌​ກ່າວ​ວ່າ,​ມີ​ຄວາມ​ໝັ້ນ​ໃຈທີ່​ສຸດ​ວ່າ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ

2021-10-18 11:50:57 CRI

    ວັນ​ທີ 17 ຕຸ​ລາ​ນີ້, ທ່ານ​ໂທ​ມາ​ສ ບາ​ຣ໌ ປະ​ທານ​ຄະ​ນະກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ໃ​ຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CMG.

 

    ທ່ານ​ບາ​ຣ໌​ກ່າວ​ວ່າ, ວຽກ​ງານ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ, ສະ​ໜາມ​ກິ​ລາ​ທັງ​ໝົດ​ໄດ້​ສ້າງ​ສຳ​ເລັດ​ກ່ອນ​ເວ​ລາ​ກຳ​ນົດ​ຫຼາຍ​ເດືອນ, ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ກັບ​ຄົນ​ທັງ​ຫຼາຍ. ປັດ​ຈຸ​ບັນ ໄດ້​ຈັດ​ການ​ແຂ່ງ​ຂັນ​ແບບ​ທົດ​ລອງ​ສຳ​ເລັດ​ຢ່າງ​ສະ​ດວກ, ນັກ​ກິ​ລາ​ຕ່າງໆ​ເມື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແບບ​ທົດ​ລອງ​ແລ້ວ ກໍ່​​ໄດ້​ພາ​ກັນຍ້ອງ​ຍໍ​ສັນ​ລະ​ເສີນ, ສະ​ນັ້ນ, ພວກ​ເຮົາມີ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ​ວ່າ​ຕໍ່​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ.


    ທ່ານ​ບາ​ຣ໌​ຍັງ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງເຂົ້າ​ສູ່​ໄລ​ຍະ​ນັບ​ເວ​ລາ​ຖອຍ​ຫຼັງ, ຈຸດ​​ສຸມ​ຂອງວຽກ​ງານ​​ຂອງຄະ​ນະ​ກຳ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ມີ​ສອງ​​ດ້ານ ຄື: ​ດ້ານໜຶ່ງ​ແມ່ນ​ການ​ຈັດ ແລະ ການ​ດຳ​ເນີນ​ການ​ແຂ່ງ​ຂັນ, ສະ​ນັ້ນ, ການ​ແຂ່ງ​ຂັນ​ແບບ​ທົດ​ລອງ​ສຳ​ຄັນ​ທີ່​ສຸດ, ມັນ​​ຈະຮັບ​ປະ​ກັນ​ໃຫ້​ການ​ແຂ່ງ​ຂັນ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ອີກ​ດ້ານ​ໜຶ່ງກໍ່​ແມ່ນ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ, ປັດ​ຈຸ​ບັນ, ພວກ​ເຮົາ​ພວມ​​ປຶກ​ສາຫາ​ລື​ກັບຄະ​ນະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ພ້ອມ​ທັງ​ຜູ້​ຊ່ຽວ​ຊານ​ສາ​ກົນ​ ເພື່ອ​ຮັບ​ປະ​ກັນ​ໃຫ້​ໝົດ​ທຸກ​ຄົນສາ​ມາດ​ເຂົ້າ​ຮ່ວມ ແລະ ຊົມ​ການ​ແຂ່ງ​ຂັນ​ໄດ້ຢ່າງ​ປອດ​ໄພ.

ຄຳ​ເຫັນ

0