尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ເກົາ​ຫຼີ ສະ​ແດງ​ຄວາມ​ຜິດ​ຫວັງ​ແລະເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ນັກການ​ເມືອງ​ຍີ່​ປຸ່ນ​ໄປ​ກາບ​ໄຫວ້​ຫໍ​ຢາ​ຊູ​ຄູ​ນີ

2021-10-18 17:24:50 cri

      ວັນ​ທີ 17 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ກ່ຽວ​ກັບ​ເລື່ອງ​ທີ່​ທ່ານ ຟູ​ມິ​ໂອະ ຄິ​ຊີ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນ​ໃໝ່​ມອບ​ເຄື່ອງບວງ​ສວງ​ໃຫ້​ຫໍ​ຢາ​ຊູ​ຄູ​ນີກໍ​ຄື​ທ່ານ ຊຸ​ກະ ໂຢະ​ຊິ​ຮີ​ເດະ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​ໄປ​ກາບ​ໄຫວ້​ຫໍ​ຢາ​ຊູ​ຄູ​ນີ​ແລະ​ເຮັດ​ພິ​ທີ​ອື່ນໆ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫຼີ​ ໄດ້ອອກ​ຖະ​ແຫຼງ​ການ​ວ່າ: ​ຫໍຢາ​ຊູ​ຄູ​ນີ​ແມ່ນ​ສະ​ຖານ​ທີ່​ທີ່​ສົ່ງ​ເສີມສົງ​ຄາມ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​ແລະ​ລະ​ນຶກ​ຜູ້​ກໍ​ອາ​ຊະ​ຍາ​ກຳ​ສົງ​ຄາມ, ລັດ​ຖະ​ບານ ສ. ເກົາ​ຫຼີ ​ສະ​ແດງ​ຄວາມ​ຜິດ​ຫວັງ​ແລະ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ກະ​ທຳ​ທີ່​ນັກການ​ເມືອງ​ຍີ່​ປຸ່ນ​ໄປ​ກາບ​ໄຫວ້​ຫໍ​ຢາ​ຊູ​ຄູ​ນີ​ຫຼື​ເອົາ​ເຄື່ອງບວງ​ສວງ​ໄປ​ສິ້ນ​ໄຫວ້.
 

      ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫຼີ ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ: ຫວັງ​ວ່າ​ລັດ​ຖະ​ບານ​ຍີ່​ປຸ່ນຈ​ະ​ໃຊ້​ໂອ​ກາດ​ທີ່​ລັດ​ຖະ​ບານ​ຊຸດ​ໃໝ່​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່,ເຮັດ​ແທ້​ທຳ​ຈິງ,​ສຳ​ຫຼວດ​ຄືນ​ຄວາມ​ຜິດ​ພາດ​ຂອງ​ຕົນຢ່າງ​ຈິງ​ໃຈ​ແລະ​ກ້າ​ປະ​ເຊີນ​ໜ້າ​ກັບ​ປະ​ຫວັດ​ສາດ​ດ້ວຍ​ທ່າ​ທີ​ທີ່​ຖ່ອມ​ຕົວ.

ຄຳ​ເຫັນ

0