吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊີ່ງ​ຕາວ​ແຂວງ​ຊ່ານ​ຕົ່ງ ສ​ປ ຈີນ

2021-10-19 11:19:24 cri

    ວັນ​ທີ 18 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ທີ່​ມີ​ຫົວ​ຂໍ້​ວ່າ  “ຮ່ວມ​ກັນ​ກ້າວ​ເຂົ້າ​ສູ່​ອະ​ນາ​ຄົດ​ດ້ານ​ພະ​ລັງ​ງານສີ​ຂຽວ ແລະ​​​ເປີດ​ໃຈ​ຍອ​ມ​ຮັບກວ່າ​ເກົ່າ”ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊີ່ງ​ຕາວແຂວງ​ຊ່ານ​ຕົ່ງ ສ​ປ ຈີນ. ພາຍ​ໃນ​ເວ​ລາ 2 ວັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ທີ່​ມາ​ຈາກ 28 ປະ​ເທດ, ທູ​ຕາ​ນຸ​ທູດ​ປະ​ຈຳ​ຈີນ​ຂອງ 18 ປະ​ເທດ  ແລະຜູ້​ຮັບ​ຜິດ​ຊອບ​​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ 9 ແຫ່ງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດ້ວຍ​ຮູບ​ແບບ​ອອນ​ລາຍ ຫລື​ອ​ອ​ຟ​ລາຍ, ໂດຍ​ຈະ​ປຶກ​ສາ​ຫາ​ລື​ຢ່າງ​ລົງ​ເລິກ, ​ເພື່ອເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ໃຫ້​ບັນ​ດາປະ​ເທດ ສ້າງ​ຕາ​ໜ່າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າພາຍ​ໃຕ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ທັງ​ຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນການ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທ້າຍ​ດ້ານ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ດ້ານ​ພະ​ລັງ​ງານ ແລະ​ຄວາມ​​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ.

    ໃນ​ກອງ​ປະ​ຊຸມ, ຂໍ້​ລິ​ເລີ່ມ​ນະ​ຄອນ​ຊີ່ງ​ຕາວ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສີ​ຂຽວ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ, ໂດຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ສະ​ໜັບ​ສະ​ໜູນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ພັດ​ທະ​ນາ​ພະ​ລັງ​ງານ​ຕາມ​ທິດ​ສີ​ຂຽວ ແລະ​ກາກບອນຕ່ຳ, ວາງ​ແຜນ​ການ​ພັດ​ທະ​ນາ ແລະ​ເປົ້າ​ໝາຍ​ດ້ານ​​ພະ​ລັງ​ງານ​ສີ​ຂຽວ​ທີ່​ສູງກວ່າ​ເກົ່າ, ປັບ​ປຸງຄວາມ​ໜ້າ​ໄວ້ວາງ​ໃຈ ແລະ​ຄວາມ​ເຂັ້ມ​ແຂງດ້ານ​ການ​ສະ​ໜອງ​ພະ​ລັງ​ງານ​ໃຫ້​ດີກວ່າ​ເກົ່າ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ທີ່​ສາ​ມາດ​​ດຶງ​ດູດ​​ການ​ລົງ​ທຶນ​​ເຂົ້າຂົງ​ເຂດ​ພະ​ລັງ​ງານ​ສີ​ຂຽວ​​ໃຫ້​ຫລາຍກວ່າ​ເກົ່າ.

ຄຳ​ເຫັນ

0