刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ເກົາຫຼີ​ເດັດ​ດຽວ​ຄັດ​ຄ້ານ​ຍີ່​ປຸ່ນ​ທີ່​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​​ນິວ​ເຄຼຍລົງ​ສູ່​ທະ​ເລ

2021-10-19 14:31:58 cri

 

ສື່ມວນ​ຊົນ ສ.ເກົາຫຼີ ​ໄດ້ລາຍ​ງານ​ວ່າ: ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ ໄດ້​ກ່າວ​ໃນ​ວັນ​ທີ 18 ຕຸ​ລາ​ນີ້​ວ່າ: ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ທ່າ​ນຟູ​ມິ​ໂອ ກິ​ຊິ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ທີ່​ກ່າວ​ໃນ​ວັນ​ທີ 17 ຕຸ​ລາ​ນີ້ ກ່ຽວ​ກັບ​ບັນ​ຫາການ

​ປ່​ອຍນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍຂອງ​ແຂວງ​ຟູ​ຄູ​ຊິ​ມະ​ລົງ​ສູ່​ທະ​ເລ, ສ.ເກົາຫຼີ ເດັດ​ດຽວ​ຄັດ​ຄ້ານ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ຍີ່​ປຸ່ນ.

ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ: ຍີ່​ປຸ່ນ​ໄດ້​ຕົກ​ລົງ​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​​ສູ່​ທະ​ເລ​ພາຍ​ໃຕ້​ສະ​ພາບ​ການ​ທີ່ບໍ່​ໄດ້​ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​ອ້ອມ​ຂ້າງ​ຢ່າງ​ເຕັມ​ສ່ວນ ເຊິ່ງ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​​ຂອງ​ປະ​ຊາ​ຊົນ ສ.ເກົາຫຼີ ພ້ອມ​ດ້ວຍສິ່ງ​ແວດ​ລ້ອມ​ຂອງ​ທະ​ເລ. ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ເນັ້ນ​ວ່າ: ລັດ​ຖະ​ບານ ສ.ເກົາຫຼີ ​ຈະ​ຖືເອົາ​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ເປັນ​​ສິ່ງ​ສຳ​ຄັນ, ເດັດ​ດຽວ​ຄັດ​ຄ້ານ​ການຊຸກ​ຍູ້​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ​ແຕ່​ຝ່າຍ​ດຽວ​ຂອງ​ຍີ່​ປຸ່ນ, ແລະ​ຈະ​ຮ່ວມ​ມື​ກັບ​ອົງ​ການ​ປະ​ລະ​​ມາ​ນູ​ສາ​ກົນ​ແລະ​ປະ​ຊາ​ຄົມ​ໂລກ ເພື່ອກວດ​ກາ​​ຂະ​ບວນ​ການແກ້​ໄຂ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍຂອງ​ຍີ່​ປຸ່ນ​ຢ່າງ​ປອດ​ໃສ​ແລະ​ເຖິງ​ຖອງ.

ຄຳ​ເຫັນ

0