尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ຄາດ​ຄະ​ເນ​ວ່າ: GDP ຂອງ​ຈີນ​ໃນ​ປີນີ້ຈະ​ເຕີບ​ໂຕ 8%

2021-10-19 17:12:54 cri

      ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ການ​​ຈ້ອງ​ເບິ່ງ​ເສດ​ຖະ​ກິດ​ໂລກ​ສະ​ບັບ​ຫຼ້າ​ສຸດ​ໂດຍ​ໄດ້​ຄາດ​ຄະ​ເນ​ວ່າ: GDP ຂອງ​ຈີນ​ໃນ​ປີ 2021 ຈະເຕີບ​ໂຕ 8%, ຕໍ່​ເລື່ອງ​ນີ້, ໂຄ​ສົກ​​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ວັນ​ທີ 18 ຕຸ​ລາ​ນີ້​ວ່າ: ການ​ຄາດ​ຄະ​ເນ​ທີ່​ກ່ຽວ​ຂ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​:ປະ​ຊາ​ຄົມ​ໂລກ​ໄດ້ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ,​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເສດ​ຖະ​ກິດ​ຈີນ​ມີ​ແຮງ​ຕ້ານ​ທານ​ທີ່​ເຂັ້ມ​ແຂງ​ແລະ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ອັນ​ໃຫຍ່​ຫຼວງ.
 

      ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ,ລາ​ຄາ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ໄດ້​ເພີ່ມ​ຂຶ້ນ, ​ລາ​ຄາການ​ຂົນ​ສົ່ງ​ທາງ​ທະ​ເລ​ໃນ​ສາ​ກົນ​ຖີ​ບ​ສູງ​ຂຶ້ນ,ການ​ຂາດ​ແຄນ​ແຮງ​ງານ​, ການ​ສະ​ໜອງ​ຊີ້ນ​ສ່ວນ​ອາ​ໄຫຼ່​ທີ່​ສຳ​ຄັນ​ບໍ່​ພຽງ​ພໍແລະ​ປັດ​ໄຈ​​ອື່ນໆ, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຢູ່​ໃນ​ສະ​ພາບ​ຊັກ​ຊ້ານັ​ບ​ແຕ່​ໄຕ​ມາດ​ທີ​ 3 ເປັນ​ຕົ້ນ​ມາ. ຂະ​ນະ​ດຽວ​ກັນ,ລະ​ດັບ​ເງິນ​ເຟີ້​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ກໍ​​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,ເຊິ່ງ​ໄດ້​ເພີ່ມ​ຄວາມ​ອາດເປັນ​ໄປ​ໄດ້​​ໃນ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍຂອງ​ກຸ່ມ​ເສດ​ຖະ​ກິດ​ເຫຼົ່າ​ນີ້,ໄດ້​ກະ​ທົບ​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ໃນ​ລະ​ດັບ​ໃດ​ໜຶ່ງ. ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ໄດ້​ຄາດ​ຄະ​ເນ​ຫຼ້າ​ສຸດ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ: ຈະ​ປັບ​ຫຼຸດ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​​ໃນ​ປີນີ້​ຈາກ 6% ຕາມ​ການ​ຄາດ​ຄະ​ເນ​ເທື່ອ​ແລ້ວ​ນີ້​ລົງ​ເປັນ 5,9%. ໃນ​ນັ້ນ,ຈັງ​ຫວະ​ການ​ເຕີບ​ໂຕດ້ານເສດ​ຖະ​ກິດ​ຂອງ​ປະ​ເທດ​ທີ່ພັດ​ທະ​ນາ​ແລ້ວ​ຈາກ 5,6% ຕາມ​ການ​ຄາດ​ຄະ​ເນ​ໃນ​ເມື່ອ​ກ່ອນ​ຈະ​ຫຼຸດ​ລົງ​ເປັນ 5,2%,​ນີ້ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ​ຕໍ່​​ສະ​ພາບ​ປ່ຽນ​ແປງ​ຂອງ​ເສດ​ຖະ​ກິດ​ໂລກ. ສ່ວນ​ເສດ​ຖະ​ກິດ​ຈີນ​ເຖິງວ່າ​ກໍ​ໄດ້​ມີ​ການ​ປັບ​ຫຼຸດ​ລົງ 0,1% ເມື່ອ​ທຽບ​ໃສ່​ເທື່ອ​ແລ້ວ​ນີ້​ກໍ​ຕາມ,ແຕ່​ຍັງ​ສາ​ມາດ​ຮັກ​ສາ​​ຈັງ​ຫວະ​​ຂອງ​ການ​ເຕີບ​ໂຕ​ທີ່ສູງ​ຄືປະ​ມານ 8%.

ຄຳ​ເຫັນ

0