李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ວິເຄາະເລື່ອງ “ການ​ສົ່ງ​ມອບ​ລົດ​ໄຟ​ຂະ​ບວນ​ລ້ານ​ຊ້າງ” ວ່າ ເປັນ​ເລື່ອງ​ດີ ແລະ ເປັນ​ສິ​ລິ​ມຸງ​ຄຸນ

2021-10-19 10:52:07 cri

​ຈີນວິ​ຈານ​ເລື່ອງ “ການ​ສົ່ງ​ມອບ​ລົດ​ໄຟ​ຂະ​ບວນ​ລ້ານ​ຊ້າງ” ວ່າ ເປັນ​ເລື່ອງ​ດີ ແລະ ເປັນ​ສິ​ລິ​ມຸງ​ຄຸນ_fororder_mmexport1634610676095

​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ຕຸ​ລານີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ກ່ອນນີ້​ບໍ່​ດົນ, ພິ​ທີ​ສົ່ງ​ມອບ​ລົດ​ໄຟ​ຂະ​ບວນ​ລ້ານ​ຊ້າງ​ທີ່​ຈະ​ໃຊ້​ໃນ​ທາງ​ລົດ​ໄຟ​ຈີນ-ລາວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ມີ​ສື່ມວນ​ຊົນ​ວິເຄາະວ່າ: ທາງ​ລົດ​ໄຟ​ຈີນ-ລາວ ຈະ​ນຳ​ເອົາ​ຄວາມ​ສຸກ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ. ຂໍ​ຖາມ​ແດ່ ທ່ານ​ໂຄ​ສົກ​ມີ​ຄວາມ​ຄິດ​ເຫັນ​ແນວ​ໃດ​ກ່ຽວ​ກັບ​ເລື່ອງນີ້?

ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ: ທາງ​ລົດ​ໄຟ​ຈີນ-ລາວ ແມ່ນ​ໝາກ​ຜົນ​ທີ່​ເປັນ​ສັນ​ຍະ​ລັກ​ຂອງການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກັບ ຍຸດ​ທະ​ສາດ “ຫັນປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ຂອງ​ປະ​ເທດ​ລາວ. ການ​ສົ່ງ​ມອບ​ລົດ​ໄຟ​ຂະ​ບວນ​ລ້ານ​ຊ້າງ ແມ່ນ​ຂີດໝາຍ​ທີ່​ສຳ​ຄັນ​ອັນ​ໜຶ່ງ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ທາງ​ລົດ​ໄຟ​ຈີນ-ລາວ ​ຈາກ​ໄລ​ຍະ​ການກໍ່​ສ້າງ ຈະ​ກ້າວເຂົ້າ​ສູ່​ໄລ​ຍະ​ບໍ​ລິ​ການ. ນີ້​ແມ່ນ​ເລື່ອງ​ດີ ແລະ​ເປັນ​ສິ​ລິ​ມຸງ​ຄຸນ ທີ່​ຈະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ຈີນ-​ລາວ. ທາງ​ລົດ​ໄຟ​ເສັ້ນ​ນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ​ຊົມ​ໃຊ້​ຮ່ວມ​ກັນ, ເຊິ່ງ​ຈະເປັນ​ການ​ຍົກ​ສູງ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ປະ​ເທດ​ລາວ ກໍ​ຄື​​ຂອງພາກ​ພື້ນ ທັງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ເນັ້ນ​ໜັກ​ວ່າ: ປີນີ້ ແມ່ນ​ປີ​ທີ່​ຈີນ​ລາວ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ ທັງ​ເປັນ​ປີ​ມິດ​ຕະ​ພາບ​ຈີນ-ລາວ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ ຖື​ເລື່ອງນີ້​ເປັນ​ໂອ​ກາດທີ່​ດີ, ຕັ້ງ​ໜ້າ​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ການ​​ພັດ​ທະ​ນາ, ລົງ​ເລິກ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຮອບ​ດ້ານ, ຊຸກ​ຍູ້​ການສ້າງ​ໂຄງ​ການ​ຕ່າງໆ ເຊັ່ນ: ທາ​ງ​ລົດ​ໄຟ ເປັນ​ຕົ້ນ​ຢ່າງ​ໜັກ​ແໜ້ນ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

ຄຳ​ເຫັນ

0