尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ອາດ​ຈະ​ເປີດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຄືນ​ໃໝ່​ໃນ​ຕົ້ນ​ປີ 2022

2021-10-19 17:13:56 cri

ມຽນ​ມາ​ອາດ​ຈະ​ເປີດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຄືນ​ໃໝ່​ໃນ​ຕົ້ນ​ປີ 2022_fororder_微信图片_20211019101630

      ວັນ​ທີ 18 ຕຸ​ລາ​ນີ້, ສື່ມວນ​ຊົນ​ມຽນ​ມາ​ໄດ້​ອ້າງ​ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ ​​ທີ​ອອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ມຽນ​ມານຳ​ມາ​ລາຍ​ງານ​ວ່າ​: ພາກ​ສ່ວນ​ດັ່ງ​ກ່າວ​ພວມ​ວາງ​ແຜນ​ການ​ຕາມ​ມາດ​ຕະ​​ການ​ດ້ານ​ການ​ປ້ອງ​ກັນ​​ແລະ​ຄວບ​ຄຸມພະ​ຍາດ​ໂຄວິດ-19 ຢ່າງ​ເຄັ່ງ​ຄັດ,​ໂດຍຈະ​ເປີດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ສຳ​ລັບນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຄືນ​ໃໝ່​ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ປີ 2022, ເຊິ່ງ​ການ​ເປີດ​ບໍ​ລິ​ການ​ໄລ​ຍະທຳ​ອິດ​ນີ້​ມີ​ເປົ້າ​ໝາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ປະ​ເທດ​ອາ​ຊຽນ.
 

      ທ່ານ ທີ​ອອງ ກ່າວ​ວ່າ: ພາກ​ສ່ວນ​ການ​ທ່ອງ​ທ່ຽວ​ຂອງ​ມຽນ​ມາ​ພວມ​ປຶກ​ສາ​ຫາ​ລື​ແຜນ​ການ​ແກ້​ໄຂ​ການທ່ອງ​ທ່ຽວ​ຟອງ​ສະ​ບູ່ກັບ​ຝ່າຍ​ໄທ,ຂະ​ນະ​ດຽວ​ກັນກໍ່​ມີ​ແຜນ​ຈະ​ເປີດ​ບໍ​ລິ​ການ​ຂະ​ແໜງ​ການ​ທ່ອງ​ທ່ຽວ​​ໄລ​ຍະທຳ​ອິດ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ,ລາວ​ແລະ​ກຳ​ປູ​ເຈຍ​ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ປີ 2022, ຄາດ​ວ່າ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 3 ແສນ​ຄົນ​ໃນ​ໄລ​ຍະ​ນີ້.
 

      ຂ່າວ​ແຈ້ງວ່າ: ມຽນ​ມາ​ໄດ້​ຢຸດ​ຕິ​ການ​ອອກວີ​ຊ່າ​ໃຫ້​ກັບ​ຄົນ​ຕ່າງ​ປະ​ເທດ​ມາ​ໂດຍ​ຕະ​ຫຼອດ​​ນັບ​ແຕ່​ເດືອນ​ມີ​ນາ​ປີ 2020 ​ຈົນ​ຮອດ​ປັດ​ຈຸ​ບັນນີ້​,ພ້ອມ​ທັງ​ໄດ້​ເກືອດ​ຫ້າມ​ເຮືອ​ບິນ​ໂດຍ​ສານ​ສາ​ກົນ​ເຂົ້າ​ແດນ​ມຽນ​ມາ.

ຄຳ​ເຫັນ

0