吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແມ່​ມານ​ເກືອບ 5000 ຄົນ​ຢູ່​ໄທ​ຕິດ​ພະ​ຍາດ​ໂຄວິດ-19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ຮຽກ​ຮ້ອງ​ໃຫ້ໄປ​ສັກ​ວັກ​ຊີນໂດຍ​ໄວ

2021-10-19 13:17:20 cri

     ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 18 ຕຸ​ລາ​ນີ້​ວ່າ: 6 ເດືອນ​ທີ່​ຜ່ານ​ມາ​ນີ້, ໄທ​ມີ​ແມ່​ມານ 4778 ຄົນ​ໄດ້​ຕິດ​ໄວ​ຣັດ​ໂຄວິດ-19, ໃນ​ນັ້ນ, ແມ່​ມານ 95 ຄົນ​ເສຍ​ຊີ​ວິດ, ລູກ​ໃນ​ຄັນ 46 ຄົນ​ເສຍ​ຊີ​ວິດ. ແມ່​ມານ​ທີ່​ຕິດ​ໄວ​ຣັດ​ໂຄວິດ-19ສ່ວນ​ໃຫຍ່​ແມ່ນ​ຢູ່​ນະ​ຄອນ​ຫລວງ​​ບາງ​ກອກ ແລະ​ເຂດ​ອ້ອມ​ຂ້າງ​ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ທີ່​ໜັກ​ໜ່ວງ, ແມ່​ມານ​ທີ່​ເສ​ຍ​ຊີ​ວິດ​ເກືອບ​ໝົດ​ທຸກ​ຄົນ​ບໍ່​ໄດ້​ສັກ​ວັກ​ຊີນ​. ຄາດ​ຄະ​ເນ​ວ່າ: ​ຮອດທ້າຍ​ປີ​ນີ້, ຈະ​ມີແມ່​ມານ​ທີ່​ຖື​ພາ 12 ອາ​ທິດ​ຂຶ້ນ​ໄປ​ຢູ່​ໄທເກືອບ 3 ແສນ​ຄົນ, ​ກ່ອນ​ໜ້າ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ຮຽກ​ຮ້ອງ​ໃຫ້​ແມ່​ມານ​ທີ່​ຖື​ພາ 12 ອາ​ທິດ​ຂຶ້ນ​ໄປ​ສັກ​ວັກ​ຊີນ​ໂດຍ​ໄວ, ເພື່ອ​ຫລຸດ​ອັດ​ຕາ​ອາ​ການ​ໜັກ ແລະ​ເສ​ຍ​ຊີ​ວິດ​ພາຍ​ຫລັງ​ຕິດ​ໄວ​ຣັດ​ໂຄວິດ-19, ​ເພື່ອປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດຂອ​ງ​ຕົນ​ເອງ ແລະ​ລູກ​ໃນ​ຄັນ.

     ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ໄທ​ມີ​ແມ່​ມານ 7,5 ໝື່ນ​ຄົນ​ໄດ້​ສັກ​ວັກ​ຊີນ​ແລ້ວ, ກວມ ​ປະ​ມານ25%. ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ກ່າວ​ຕື່ມ​ວ່າ: ແມ່​ຍິງ​ທີ່ຢູ່​ໃນ​ໄລ​ຍະ​ໃຫ້​ນົມ​ລູກ​ນັ້ນ​ເມື່ອ​ສັກ​ວັນ​ຊີນ​ກໍ​ມີ​ຄວາມ​ປອດ​ໄພ​ເຊັ່ນ​ກັນ, ທ່ານ​ຮຽກ​ຮ້ອງ​ໃຫ້​ແມ່​ມານ​ທົ່​ວ​ປ​ະ​ເທດ​ໄປ​ສັກ​ວັກ​ຊີນ​ໂດຍ​ໄວ​.

ຄຳ​ເຫັນ

0