蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ການສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ເປັນ​ຂີດ​ໝາຍ​ທີ່​ລາວ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ດ້ານ​​ການຂົນ​ສົ່ງ

2021-10-19 14:34:27 CRI

ຕອນ​ເຊົ້າ​ວັນ​ທີ 16 ຕຸ​ລາ​ນີ້, ລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ​ໄດ້ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ ສ​ປ​ປ ລາວ​ແລ້ວ, ສອງ​ຝ່າຍ​ລາວ-ຈີນ​ໄດ້​ຈັດພິ​ທີ​ສົ່ງ​ມອບລົດ​ໄຟ​ດັ່ງ​ກ່າວ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ວຽງ​ຈັນ.

ການ​ອອກ​ແບບ​ແລະ​ຜະ​ລິດ​ລົດ​ໄຟ EMU ຂະ​ບວນ​ “ລ້ານ​ຊ້າງ” ແມ່ນ​ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ການ​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ເຊິ່ງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຈາກ​ພັກ​ແລະ​ລັດ​ຖະ​ບານ​ລາວ, ທ່ານ​ທອ​ງ​ລຸນ ສິ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ຊີ້​ນຳ​ແລະ​ກວດ​ກາ​ແຜນ​ການ​ອອກ​ແບບ​ດ້ວຍ​ຕົນ​ເອງ, ທ່ານ​​ພັນຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​​ກໍໄດ້​ຕັ້ງ​ຊື່​ໃຫ້​​​ລົດ​ໄຟ EMU ວ່າ: ຂະ​ບວນ “ລ້ານ​ຊ້າງ” ເຊິ່ງແມ່ນ​ຜົນ​ງານ​ການ​ປະ​ສານ​ສົມ​ທົບ​ກັນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ, ທັງ​ຈະ​ກາຍ​ເປັນ​​ຂີດ​ໝາຍທີ່​ປະ​ຊາ​ຊົນ​ລາວ​ຈະ​ນຳ​ພາປະ​ເທດ​ຊາດ​ໄປ​ສູ່​ຄວາມ​ຮັ່ງ​ມີ​ຂຶ້ນ ທັງ​ແມ່ນການ​ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ. ການ​​ສົ່ງ​ມອບ​ລົດ​ໄຟ EMU ຢ່າງ​ເປັນທາງ​ການ​ແລະ​ສະ​ດວກ, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່!: ​ທາງ​ລົດ​ໄຟ​ລາວ-ຈີນ​ຈາກ​ໄລ​ຍະ​ກໍ່​ສ້າງ​​ພວມ​ກ້າວ​ໄປ​ສູ່ໄລ​ຍະ​​ເປີດ​ບໍ​ລິ​ການ, ເປັນ​ການ​ປະ​ກາດ​ໃຫ້​ຮູ້​ວ່າ: ສ​ປ​ປ ລາວ​ກຳ​ລັງ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ແຫ່ງ​ການ​ຂົນ​ສົ່ງ​ດ້ວຍ​ທາງ​ລົດ​ໄຟ​, ປະ​ຊາ​ຊົນ​ລາວ​ຈະ​ພົບ​ກັບ​ຍຸກ​ສະ​ໄໝ​ໃໝ່ແຫ່ງ​ການ​ປ່ຽນ​ແປງ​ດ້ານ​ການ​ຂົນ​ສົ່ງ​ຂອງ ສ​ປ​ປ ລາວ.

ປະ​ເທດ​ລາວ​ມີ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ອັນ​ອຸ​ດົມ​ສົມ​ບູນ, ແຕ່​ຍ້ອນ​ວ່າ​​ການຄົມ​ມະ​ນາ​ຄົມ​​ຍັງ​ຢູ່​ໃນ​ໄລ​ຍະ​ການ​ພັດ​ທະ​ນາ, ສະ​ນັ້ນ, ເສດ​ຖະ​ກິດ​ຂອງ​ລາວ​ໃນ​ຫຼາຍ​ປີ​ຜ່ານ​ມາ​ຈິ່ງ​ຖື​ເອົາກະ​ສິ​ກຳ​ເປັນ​ຕົ້ນ​ຕໍ. ສຳ​ລັບ​ປະ​ເທດ​ລາວ​ເຊິ່ງ​ເປັນ​ປະ​ເທດ​ບໍ່​ຕິດ​ຈອດ​ກັບ​ທະ​ເລ, ຖ້າ​ມີ​ທາງ​ລົດ​ໄຟ​ສາຍ​ໜຶ່ງ​ທີ່​ສາ​ມາດ​ເຊື່ອມ​ຕໍ່​ກັບ​ປະ​ເທດ​ອື່ນ​ໄດ້, ​ກໍ​ຈະ​ສາ​ມາດຊຸກ​ຍູ້​ການ​ຄ້າ​​ກັບຕ່າງ​ປະ​ເທດ​ຂອງ​ລາວ​ໄດ້​ຢ່າງຫຼວງຫຼາຍ, ສະ​ນັ້ນ​ໃນ “ແຜນ​ການພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8” ຂອງ​ປະ​ເທດ​ລາວ, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຖືກ​ຈັດ​ເຂົ້າ​ເປັນ​ໂຄງ​ການ​ສຳ​ຄັນ​ຂອງ​ຊາດ​ໂຄງ​ການ​ໜຶ່ງ.

ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ຜູ້​ນຳ​ທັງ​ສອງ​ປະ​ເທດ​ລາວ-ຈີນ, ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ວາງ​ແຜນ​ການ​ໂດຍ​ກົງ​ຂອງ​ຜູ້​ນຳ​ສູງ​ສຸດທັງ​ສອງ​ປະ​ເທດ, ການ​​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ​​ສາ​ມາດຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໄດ້, ແລະ​ກ້າວ​ໄປ​ຂ້າງ​ໜ້າ​ພາຍ​ໃຕ້​ສະ​ພາບ​ການ​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແລະ​ໄດ້​ຮັບ​ຜົນ​ງານ​ທີ​ປະ​ຈັກ​ຕາຊາວ​ໂລກ. ໂດຍ​ຜ່ານ​ການ​ກໍ່​ສ້າງ​​ເປັນ​ໄລ​ຍະ​ເວ​ລາ 5 ປີ, ປະ​ເທດ​ລາວ​ໄດ້​ຕ້ອນ​ຮັບ​ມາ​ລົດ​ໄຟ​ທັ​ນ​ສະ​ໄໝ​ຂະ​ບວນ​ທຳ​ອິດ​ທີ່​ຂຶ້ນ​ກັບ​ປະ​ເທດ​ຕົນ​ໃນ​ປະ​ຫວັດ​ສາດ​ຂອງ​​ຊາດ. ນີ້​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ໃນ​ຂະ​ບວນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ, ທັງ​ເປັນໝາ​ກ​ຜົນ​ຕົວ​ຈິງ​ທີ່​ເປັນ​ສັນ​ຍາ​ລັກໃນ​ໂຄງ​ການ​ເຊື່ອມ​ຕໍ່​​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຂອງ​ຈີນ​ກັບ​ຍຸດ​ທະ​ສາດ​ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ລາວ ເຊິ່ງໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 2 ທັນ​ວາ​ປີ້​ນີ້​ເຊິ່ງພໍ​ດີ​ເປັນ​ວັນ​ຊາດ​ແຫ່ງ ສ​ປ​ປ ລາວ.

ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວຽກ​ງານ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ທົ່ວ​ໂລກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ່​ສອງ​ທີ່​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສໂດຍສະ​ເໜີ​ວ່າ: ​ຄວນ​ເສີມ​ຂະ​ຫຍາຍ​ບົດ​​ບາດ​ນຳ​ໜ້າ​ໃນ​ວຽກ​ງານຄົມ​ມະ​ນາ​ຄົມ, ນີ້​ກໍ​ເປັນ​ທິດ​ນຳ​ໃຫ້​ແກ່​ວຽກ​ງານ​​ການ​ເຄື່ອນ​ໄຫວ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ.

ກໍ​ຄືດັ່ງ​ຄວາມ​ເວົ້າ​ຂອງ​ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ ​ຈີນ​ປະ​ຈຳ​ ສ​ປ​ປ ລາວ​ທີ່​ກ່າວ​ໃນ​ພິ​ທີສົ່ງ-ມອບ​ຂະ​ບວນ​ລົດ​ໄຟລາວ-ຈີນ EMU ຂະ​ບວນ​ລ້ານ​ຊ້າງວ່າ: ໃນ​ໄລ​ຍະ​ 5 ປີ​ທີ່​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ, ໄດ້​ສ້າງ​ໂອ​ກາດ​​ວຽກ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຫຼາຍກວ່າ 1 ແສນ 1 ໝື່ນກວ່າ​ຕຳ​ແໜ່ງ​ງານ, ຊ່ວຍ​ເຫຼືອ​ຊາວ​ບ້ານ​ທີ່​ລຽບ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ສ້າງ​ເສັ້ນ​ທາງ​ແລະ​ສ້າງ​ຮ່ອງ​ລະ​ບາຍ​ນ້ຳ​ຍາວ​ປະ​ມານ 2000 ກິ​ໂລ​ແມັດ, ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ແລະ​ການ​​ເຄື່ອນ​ໄຫວ​ໄລ​ຍະ​ຕໍ່​ໄປ, ສອງ​ຝ່າຍ​ຄວນ​​ສືບ​ຕໍ່​ສ້າງ​ຜົນ​ປະ​ໂຫຍດ​ທີ່​ປະ​ຈັກ​ຕາ ແລະ ແຕະ​ຕ້ອງ​ໄດ້​ຈິງ​ໃຫ້ຫຼາຍກວ່າ​ເກົ່າ​ໃຫ້​ກັບປະ​ຊາ​ຊົນ​ທົ່ວ​ໄປ, ຊຸກ​ຍູ້​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ຢ່າງ​ແທ້​ຈິງ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ສົ່ງ​ມອບ​ຂະ​ບວນ​ລົດ​ໄຟ​ລາວ-ຈີນ​ດັ່ງ​ກ່າວ, ທ່ານ​ວຽງ​ສະ​ຫວັດ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ. ທ່ານ​ກ່າວ​ວ່າ: ​ເມື່ອທາງ​ລົດ​ໄຟ​ລາວ-ຈີນ​​ສ້າ​ງ​ສຳ​ເລັດ​ແລະ​ເປີດ​ບໍ​ລິ​ການ​ແລ້ວ, ກໍ​ຖື​ວ່າຜູ້​ກໍ່​ສ້າງ​ທັງ​ຫຼາຍ​ໄດ້​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ທີ່​ສວຍ​ງາມໃຫ້​ແກ່​ພັກ​, ລັດແລະ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ. ລາວ​ຈະ​​ພະ​ຍາ​ຍາມ​​ຮ່ວມ​ກັນກັບ​ຈີນ, ຢືນ​ຢູ່​ບົນ​ຈິດ​ໃຈ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ລາວ-ຈີນ, ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໃຫ້​ເປັນ​ໂຄງ​ການ​​ລັກ​ສະ​ນະ​ແຫ່ງ​ມິດ​ຕະ​ພາບ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ.

ໃນ​ໄລ​ຍະ 5 ປີ​ທີ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ, ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ. ເຊື່ອ​ວ່າ, ຄຽງ​ຄູ່​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 2 ທັນ​ວາ​ນີ້​ຢ່າງ​ເປັນ​ທາງ​ການ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ລາວ-ຈີນ​ຈະ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ແລະ​ໂຄງ​ການ​ກໍ່​ສ້າງ​ສຳ​ຄັນ​ຕ່າງໆ​​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ຕົວ​ຈິງ​ເປັນ​ກ້າວໆ, ພາບ​ອະ​ນາ​ຄົດ​​ຂອງການ​ຮ່ວມ​ມື​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈະ​ກວ້າງ​ຂວາງ ແລະ ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0