吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍດ້ານ​ການ​ຄ້າ​ທີ່​ມີ​ຕໍ່​ ສ​ປ ຈີນ ຄັ້ງ​ທີ 8 ຂອງ​ອົງ​ການ​ການ​ຄ້າ​ໂລກ​ຈະ​ຈັດ​ຂຶ້ນ

2021-10-19 14:41:14 cri

    ວັນ​ທີ 19 ຕຸ​ລາ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍ​​ດ້ານການ​ຄ້າ​ທີ່​ມີ​ຕໍ່​ ສ​ປ ຈີນ ຄັ້ງ​ທີ 8 ຂອງ​ອົງ​ການ​ການ​ຄ້າ​ໂລກ​ ​ຫລື WTO ຈະຈັດ​ຂຶ້ນ​ໃນ​ວັນ​ທີ 20 ແລະ​ວັນ​ທີ 22 ຕຸ​ລາ​ນີ້.

    ​ຂ່າວ​ແຈ້ງວ່າ: ໃນ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ຄັ້ງ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ຈະ​ອະ​ທິ​ບາຍ​ແນວ​ຄິດ​ການ​ພັດ​ທ​ະ​ນາ​ແບບ​ໃໝ່​ຂອງ​ຈີນ​ ແລະແນະ​ນຳ​ມາດ​ຕະ​ການ​ໃໝ່​ດ້ານ​ການ​ປະ​ຕິ​ຮູບ ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ໃຫ້​ກັບ​ສະ​ມາ​ຊິກ WTO, ​ທັງຊີ້​ແຈງ​ບັນ​ຫາ​ທີ່​ສະ​ມາ​ຊິກ WTO ໃຫ້​ຄວາມ​ສົນ​ໃຈ. ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ປະ​ເທດ​ຊົມ​ໃຊ້​ໂອ​ກາດ​ດ້ານ​ການ​ພັດ​ທະ​ນາ​ຂອ​ງ​ຈີນ, ຍິນ​ດີ​ຮ່ວມ​ກັບບັນ​ດາ​ຝ່າຍປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າ​ຫລາຍ​ຝ່າຍ​ທີ່​ຖື WTO ເປັນ​ໃຈ​ກາງ.

ຄຳ​ເຫັນ

0