刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ນາ​ຍົກ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ແລະ​ກ່າວ​ຄຳ​ປາ​ໄສ

2021-10-19 14:39:38 cri

 

ວັນ​ທີ 18 ຕຸ​ລາ​ນີ້, ທ່ານ​ຮານ​ເຈີ້ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ແລະ​ກ່າວ​ຄຳ​ປາ​ໄສ​ ຜ່ານ​ທາງວີ​ດີ​ໂອ.

ທ່ານ​​ຮານ​ເຈີ້​ງ​ກ່າວ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​​ຮັບ​ມື​ກັບ​ວິ​ກິດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄວນ​ກຳ​ແໜ້ນ​ໂອ​ກາດ, ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ຮ່ວມ​ກັນ​ຊຸກ​ຍູ້ການ​ສະ​ໜອງ​ພະ​ລັງ​ງານ​ຂອງ​ປະ​ເທດຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ, ສະ​ອາດ​ແລະ​ມີຫຼາຍ​ແຫຼ່ງ ເພື່ອ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ການ​ໃຊ້ພະ​ລັງ​ງານ​ຕາມ​ທິດ​ສີ​ຂຽວ​ແລະ​​ເປີດ​ໃຈ​ຍອມ​ຮັບກວ່າ​ເກົ່າ. ທ່ານ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 4 ຂໍ້, ຄື: ໜຶ່ງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຫັນ​ເປັນ​ພະ​ລັງ​ງານ​ສີ​ຂຽວ​ແລະ​ກາກບອນ​ຕ່ຳ, ລົງ​​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ໄຟ​ຟ້າ​ນິວ​ເຄຼຍ, ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໃໝ່ ແລະ​ພະ​ລັງ​ງານ​​ອັດ​ສະ​ລິ​ຍະ​, ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ແບບ​ສີ​​ຂຽວ. ສອງ, ຮ່ວມ​ກັນ​ຊຸກ​ຍຸ້​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ນິກ​ພະ​ລັງ​ງານ, ຮ່ວມ​ກັນ​ຄົ້ນ​ຄວ້າ​ແລະ​ນຳ​ໃຊ້​ເຕັກ​ນິກ​ພະ​ລັງ​ງານ​ສະ​ອາດ ເຊັ່ນ: ການ​ປະ​ຢັດ​ພະ​ລັງ​ງານ​ແລະຫຼຸດ​ການ​ປ່ອຍ​ກາດບອນ​ໃຫ້​ໜ້ອຍ​ລົງ, ພະ​ລັງ​ງານ​ໝູນ​ວຽນ, ພະ​ລັງ​ງານ​ນິວ​ເຄຼຍ​ທີ່​ກ້າວ​ໜ້າ​ແລະ​ອື່ນໆ, ແກ້​ໄຂ​ບັນ​ຫາ​ການ​ຜູກ​ຂາດ​ດ້ານ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ​ດ້ວຍ​ຄວາມ​ກ້າວ​ໜ້າ​ຂອງ​ເຕັກ​ນິກ. ສາມ, ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເຂົ້າ​ເຖິງ​​ພະ​ລັງ​ງານ, ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ​ແລະ​ລະ​ດັບ​ການ​ຮັບ​ປະ​ກັນດ້ານ​ພະ​ລັງ​ງານ. ສີ່, ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ເປີດ​ໃຈ​ຍອມ​ຮັບ, ເຄົາ​ລົບ​ສິດ​ຂອງ​ປະ​ເທດ​ຕ່າງ​ໆ​ໃນ​ການ​ຄັດ​ເລືອກ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ດ້ວຍ​ຕົນ​ເອງ.

ຄຳ​ເຫັນ

0