尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ​ຫຼາຍ​ຄົນ​ຖືກ​​ກຸ່ມ​ຄົນ​ຮ້າຍ​ລັກ​ພາ​ຕົວ​ຢູ່ໄຮ​ຕີ

2021-10-19 17:14:38 cri

      ວັນ​ທີ 16 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ພະ​ນັກ​ງານ​ແລະ​ຄອບ​ຄົວ​ຂອງ​ອົງ​ການ​ຊ່ວຍ​ເຫຼືອ​ຂອງສາດ​ສະ​ໜາຄ​ຣິ​ສ​ຕຽນ​ເຊິ່ງ​ລວມ​ທັງ​ຄົນ​ອາ​ເມ​ຣິ​ກາ 16 ຄົນ​ແລະ​ຄົນ​ກາ​ນາ​ດາ 1 ຄົນ​ໄດ້​ຖືກ​ສະ​ມາ​ຊິກ​ກຸ່ມ​​ຄົນ​ຮ້າຍ​ລັກ​ພາ​ຕົວ​ຢູ່​ນະ​ຄອນ​ຫຼວງ​ພັອດ​ອໍ​ພ​ຣິນ​ສ໌​ປະ​ເທດ​ໄຮ​ຕີ,ໃນ​ນັ້ນ​ລວມ​ທັງ​ເດັກ​ນ້ອຍ 5 ຄົນ.
 

      ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ຢັ້ງ​ຢືນ​ວ່າ: ອົງ​ການ​ສືບ​ສວນ​​ກາງ​ອາ​ເມ​ຣິ​ກາ​ຫຼື FBI ພວມ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ​ທີ່​ຖືກ​ລັກ​ພາ​ຕົວ​ຢູ່​ໄຮ​ຕີ,ແຕ່​ບໍ່​ໄດ້ເຜີຍ​ໃຫ້​ຮູ້​ລາຍ​ລະ​ອຽດ​ຂອງ​ການ​ເຄື່ອນ​ໄຫວ. ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໄຮ​ຕີ​ກ່າວ​ວ່າ​: ລັດ​ຖະ​ບານ​ໄຮ​ຕີ​ສົງ​ໄສວ່າ​ກຸ່ມ​ທີ່ເອີ້ນ​​ຕົນວ່າ 400 ມາ​ໂວ​ໂຈ​ຫຼື 400 Mawozo ຄວນ​ຮັບ​ຜິດ​ຊອບ​ເລື່ອງ​ນີ້.

ຄຳ​ເຫັນ

0