尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ​ອາດ​ຈະ​ຟື້ນ​ຟູ​ການ​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ

2021-10-20 17:03:58 cri

ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ​ອາດ​ຈະ​ຟື້ນ​ຟູ​ການ​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ_fororder_微信图片_20211020170341

      ວັນ​ທີ 19 ຕຸ​ລາ​ນີ້, ໂຄ​ສົກ​​ຫ້ອງວ່າ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ກ່າວ​ວ່າ: ປັດ​ຈຸ​ບັນ, ປະ​ຊາ​ຊົນ​ຈຳ​ນວນ 5,44 ລ້ານ​ຄົນ​ໃນ​ຈຳ​ນວນ​ປະ​ຊາ​ກອນ 7,70 ລ້ານ​ຄົນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ໄດ້​​ສັກ​ວັກ​ຊີນ​ໂຄວິດ-19 ສອງ​ເຂັມ​ສຳ​ເລັດແລ້ວ,ກວມ 70,6% ຂອງ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ນະ​ຄອນ​ຫຼວງ​ບາງກອກ.

      ໂຄ​ສົກ​ທ່ານ​ນີ້​ກ່າວ​ວ່າ: ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ກວມ​ 70% ແມ່ນ​ໜຶ່ງ​ໃນ​ເງື່ອນ​ໄຂ​ທີ່​ລັດ​ຖະ​ບານ​ກຳ​ນົດ​ໄວ້​ໃນ​ການ​ເປີດປະ​ເທດແລະ​ຟື້ນ​ຟູ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ປັດ​ຈຸ​ບັນ, ນະ​ຄອນ​ຫຼວງ​ບາງກອກ​ໄດ້​ກຽມ​ພ້ອມ​ເປັນ​ຢ່າງ​ດີ​​ທີ່​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ.

      ກ່ອນ​ໜ້າ​ນີ້, ທ່ານ ​ປ​ຣະຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​​ໄດ້ປະ​ກາດ​ວ່າ: ​ນັບແຕ່​ວັນ​ທີ 1 ພະ​ຈິກ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ຜູ້​ຄົນ​ທີ່​ມາ​ຈາກ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ຕ່ຳ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ,​ເມື່ອ​ເດີນ​ທາງ​ເຂົ້າ​ໄທ​ແລ້ວກໍ່​ສາ​ມາດ​ຍົກ​ເວັ້ນ​ມາດ​ຕະ​ການ​ກັກ​ບໍ​ລິ​ເວນ​, ບັນ​ຊີ​ລາຍ​ຊື່​ ນັກ​ທ່ອງ​ທ່ຽວຊຸດ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ​ການ​ກັກ​ບໍ​ລິ​ເວນ​ຫຼັງ​ເຂົ້າ​ແດນ​ໄທ​ແລ້ວ​ລວມ​ມີ: ຈີນ, ສິງ​ກະ​ໂປ,ອັງ​ກິດ,ເຢຍ​ລະ​ມັນ​ແລະ​ປະ​ເທ​ດ​ອື່ນໆ. ຂະ​ນະ​ດຽວ​ກັນ, ລັດ​ຖະ​ບານ​ໄທ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຕົວ​ເມືອງ​ແລະ​ເຂດ​ແຄວ້ນ​ທີ່​​ຈະຟື້ນ​ຟູ​ການ​ຕ້ອນ​ຮັບ​ນັກ​ທ່ອ​ງ​ທ່ຽວ​ສາ​ກົນ​ຕ້ອງ​ບັນ​ລຸ​ມາດ​ຕະ​ຖານ​ການ​ສັກ​ວັກ​ຊີນຢ່າງ​ຄົບ​ຖ້ວນ.

ຄຳ​ເຫັນ

0