尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ປະ​ຊາ​ທິ​ປະ​ໄຕ​ບໍ່​ແມ່ນຄັນ​ຕາ​ລະ​ບັດໃນ​ການ​ຊຸກ​ຍູ້​ການ​ເປັນ​ເຈົ້າ​ໂລກ

2021-10-20 17:05:06 cri

      ກ່ຽວ​ກັບ​ເລື່ອງ​ທີ່ອາ​ເມ​ຣິ​ກາ​ລິ​ເລີ່ມ​ໃຫ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ, ທ່ານ ເຊີ​ເກ ລັ​ຟ​ລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ຫວ່າງ​ກ່ອ​ນ​ນີ້​ບໍ່​ດົນ​ວ່າ: ອາ​ເມ​ຣິ​ກາ​ຍ່ອມ​ຈະ​ເຊື້ອ​ເຊີນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ຕົນ​ເອງ​ຮັບ​ຮອງ,ທາດ​ແທ້​ກໍ່​ແມ່ນ​ການ​ແບ່ງ​ປະ​ຊາ​ຄົມ​ໂລກ​ອອກ​ເປັນ​ສອງ​ກຸ່ມ​ທີ່​​ເປັນ​ປໍ​ລະ​ປັກ​ກັນດ້ວຍ​ແນວ​ຄິດ​ສົງ​ຄາມ​ເຢັນ. ຕໍ່​ເລື່ອງ​ນີ້, ທ່ານ ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້​ວ່າ: ຄຳ​ເວົ້າ​ຂອງ​ທ່ານ ເຊີ​ເກ ລັ​ຟ​ລົ​ຟ ມີ​ເຫດ​ຜົນ​ດີ​ຫຼາຍ. ປະ​ຊາ​ທິ​ປະ​ໄຕ​ບໍ່​ແມ່ນ​ຄຳ​ຂວັນ. ບໍ່​ຄວນ​ສວຍ​ໃຊ້​ປະ​ຊາ​ທິ​ປະ​ໄຕ​ມາ​ປົກ​ປິດ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ບໍ​ລິ​ຫານ​ງານ​ຂອງ​ຕົນ,ປ່ອຍ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ​​ເປັນ​ຜູ້​ຮັບ​ກຳ​ທີ່​ໜັກ​ໜ່ວງ​ຍ້ອນ​ການ​ຈຳ​ແນກ​ເຊື້ອ​ຊາດ​​ຜິວ​ພັນ,ຄວາມ​ຂັດ​ແຍ້ງ​ກັນ​ທາງ​ສັງ​ຄົມ,ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຜູ້​ຮັ່ງ​ມີ​ກັບ​ຜູ້​ທຸກ​ຍາກ​ແລະ​ບັນ​ຫາ​ອື່ນໆ. ປະ​ຊາ​ທິ​ປະ​ໄຕ​ກໍ່​ບໍ່​ແມ່ນ​ຄຳ​ພີ​ຕາຍ​ຕົວ. ບໍ່​ຄວນເບິ່ງ​ຂ້າມຄວາມ​ແຕກ​ຕ່າງ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ທາງ​ປະ​ຫວັດ​ສາດ,ລະ​ບອບ​ສັງ​ຄົມ,​ແລະໄລ​ຍະ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ,​ບໍ່​ຄວນ​ຕັດ​ຮອນ​ສິດ​ແລະ​ເສ​ລີ​ພາບ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ຄົ້ນ​ຫາ​ເສັ້ນ​ທາງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຕົນ. ປະ​ຊາ​ທິ​ປະ​ໄຕ​ແ​ຮ່ງ​ບໍ່​ແມ່ນ​​ຄັນ​ຕາ​ລະ​ບັດໃນ​ການ​ຊຸກ​ຍູ້​ຄວາມ​ເປັນ​ເຈົ້າ​ໂລກ. ບໍ່​ຄວນ​ສວຍ​ໃຊ້​ປະ​ຊາ​ທິ​ປະ​ໄຕ,​ຮູບຖານ​ຈິດ​ສຳ​ນຶກ​ແລະ​ຄ່າ​ນິ​ຍົມ​ເປັນ​ເຄື່ອງ​ມື​ໃນ​ການ​ໂຈມ​ຕີ​ແລະ​ກົດ​ດັນ​ປະ​ເທດ​ອື່ນ​ແລະ​ຊຸກ​ຍູ້​ຍຸດ​ທະ​ສາດ​ພາກ​ພື້ນ, ຍຸ​ແຍ່​ກໍ່​ໃຫ້​ເກີດ​ການ​ແບ່ງ​ແຍກ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ສາ​ກົນ,ເຮັດ​ໃຫ້​ໂລກ​ຖອຍ​ຫຼັງ​ຄືນ​​ສູ່ຍຸກ​ສົງ​ຄາມ​ເຢັນ​ທີ່​ອັນ​ຕະ​ລາຍ.

ຄຳ​ເຫັນ

0