刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັບຖອຍຫຼັງສູ່ມື້ເປີດເສັ້ນທາງລົດໄຟລາວ-ຈີນ

2021-10-20 15:27:03 cri

ນັບຖອຍຫຼັງສູ່ມື້ເປີດເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211020152401

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເລີ່ມການກວດກາເຕັກນິກເຄື່ອນທີ່ ແຕ່ຕອນເຊົ້າຂອງວັນທີ 20 ຕຸລານີ້ເປັນຕົ້ນໄປ ໂດຍໄດ້ສົ່ງລົດກວດກາທາງດ້ານເຕັກນິກແລ່ນຈາກສະຖານີລົດໄຟນະຄອນຫຼວງວຽງຈັນມຸ້ງໜ້າສູ່ດ່ານຊາຍແດນລາວ-ຈີນ, ຖືວ່າ, ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຂັ້ນຕອນການກວດກາເຕັກນິກເຄື່ອນທີ່ຢ່າງຮອບດ້ານ,ແລະເປັນສັນຍານສະແດງໃຫ້ເຫັນວ່າເສັ້ນທາງລົດໄຟລາວ-ຈີນ ສາມາດເລີ່ມນັບຖອຍຫຼັງສູ່ມື້ເປີດການບໍລິການຢ່າງເປັນທາງການຕາມແຜນທີ່ໄດ້ກຳນົດໄວ້.

ນັບຖອຍຫຼັງສູ່ມື້ເປີດເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211020152408

ການກວດກາເຕັກນິກເຄື່ອນທີ່ ເປັນອີກຂັ້ນຕອນໜື່ງທີ່ສຳຄັນກ່ອນທາງລົດໄຟຈະເປີດບໍລິການຢ່າງເປັນທາງການ, ໃນນັ້ນ, ບໍລິສັດຄົ້ນຄ້ວາວິທະຍາສາດທາງລົດໄຟແຫ່ງຊາດຈີນເປັນຜູ້ດຳເນີນການ ໂດຍຈະໄດ້ເລີ່ມກວດກາເຕັກນິກຂອງລາງລົດໄຟ, ລະບົບສະໜອງໄຟຟ້າລາກແກ່, ແຮ່ງລາກເເກ່ຂອງລົດຂົນສົ່ງສິນຄ້າ ແລະໂດຍສານ, ລະບົບສັນຍານ, ລະບົບສື່ສານ, ເເຮງສັ່ນສະເທືອນ, ສະພາບແວດລ້ອມເເມ່ເຫຼັກໄຟຟ້າແລະອື່ນໆ. ພ້ອມດຽວກັນ, ວິຊາການກວດກາເຕັກນິກຍັງຈະວິເຄາະຂໍ້ມູນທີ່ໄດ້ຈາກການທົດລອງໃຫ້ຖືກຕາມເຕັກນິກ, ປະເມີນຜົນການທົດລອງຕາມມາດຕະຖານໂຄງຮ່າງຢ່າງເຂັ້ມງວດ ພ້ອມທັງປັບປຸງລະບົບຕ່າງໆໃຫ້ມີຄວາມແມ້ນຢໍາສູງຂຶ້ນ ຈົນກວ່າສາມາດຕອບສະໜອງໄດ້ຕາມມາດຕະຖານຄວາມປອດໄພໃນການດຳເນີນການທາງລົດໄຟ. ຄາດວ່າການກວດກາຄັ້ງນີ້ຈະໃຊ້ເວລາປະມານ 18 ວັນ.

ທາງລົດໄຟລາວ-ຈີນ ໄດ້ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະຊ່ວງເວລາການກວດກາເຕັກນິກເຄື່ອນທີ່ນັ້ນ ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກີໂລເເມັດຕໍ່ຊົ່ວໂມງເປັນຕົ້ນໄປ ເເລະ ຄ່ອຍໆຍົກລະດັບຄວາມໄວຂື້ນຕາມການອອກແບບຈົນຮອດຄວາມໄວສູງສຸດ 176 ກີໂລແມັດຕໍ່ຊົ່ວໂມງ.

ນັບຖອຍຫຼັງສູ່ມື້ເປີດເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211020152422

ເພື່ອຮັບປະກັນການກວດກາເຕັກນິກເຄື່ອນທີ່ ໄດ້ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນແລະ ມີຄວາມປອດໄພສູງ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ແຕ່ງຕັ້ງພະແນກບັນຊາການວຽກງານກວດກາເຕັກນິກເຄື່ອນທີ່ ແລະ 9 ໜ່ວຍງານເພື່ອຮັບປະກັນວຽກງານດ້ານການປະສານງານໂດຍລວມ, ຄວາມປອດໄພ ແລະສະຖານະການສຸກເສີນ, ການຈັດການການຂົນສົ່ງ, ການທົດລອງກວດກາ, ພື້ນຖານໂຄງລ່າງ ແລະສະຖານີ, ເຕັກນິກໄຟຟ້າ, ໄຟຟ້າລາກແກ່, ຕູ້ລົດໄຟ,ຫົວລົດໄຟ ແລະການຊຸກຍູ້ແກ້ໄຂບັນຫາກໍ່ສ້າງຕ່າງໆທີ່ກວດພົບນໍາອີກ.

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.

ຄຳ​ເຫັນ

0