刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ​ນີ້​ເສດ​ຖະ​ກິດ​ກະ​​ສິ​ກຳ ແລະ ຊົນ​ນະ​ບົດ​​ຈີນ​ເຄື່ອນ​ໄຫວໄດ້​ດີ ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ເພີ່ມ​ຂຶ້ນ 11,2%

2021-10-20 15:23:08 cri

 

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນໃນ​ວັນ​ທີ 20 ຕຸ​ລາ​ນີ້, ຜູ້​ຮັບ​ຜິ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ກະ​ສິ​ກຳ​ແລະ​ຊົນ​ລະ​ບົດ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: 3 ໄຕ​ມາດ​ຂອງ​ປີ​ນີ້, ເສດ​ຖະ​ກິດ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຈີນ​ເຄື່ອນ​ໄຫວ​ໄດ້​ດີ​ສົມ​ຄວນ, ຜົ​ນ​ຜະ​ລິດ​ສະບຽງ​ອາ​ຫານ​ປີ​ນີ້​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ອີກ​ຄັ້ງ​ໃໝ່​ໃນ​ປະ​ຫວັດ​ສາດ, ​ໃນ​ນັ້ນ, ຜົນ​ຜະ​ລິດ​ແລະ​ຄຸນ​ນະ​ພາບ​ຂອງ​ສະ​ບຽງ​ອາ​ຫານ​ໃນລະ​ດູ​ຮ້ອນ​ປີ​ນີ້ໄດ້​ຍົກ​ສູງ​ຂຶ້ນຄຽງ​ຄູ່​ກັນ ຄື: ຜົນ​ຜະ​ລິດ​ໄດ້​ເພີ່ມ​ຂຶ້ນ 2.965 ລ້ານ​ໂຕນ, ໃນ​ນັ້ນ, ​ເນື້ອ​ທີ່​ຂອງເຂົ້າບະ​ເລ​ທີ່​ມີ​ຄຸນ​ນະ​ພາບ​ດີ​ກວມ​ເອົາ 37,3%, ເພີ່ມ​ຂຶ້ນ 1.5%, ເຂົ້າ​ນາ​ໄດ້​ເພີ່ມ​ຂຶ້ນ 725.000 ໂຕນ ເຊິ່ງ​ຜົນ​ຜະ​ລິດ​​ໄດ້​ເພິ່ນ​ຂຶ້ນ 2 ປີ​ລຽນ​ຕິດ.

ນອກ​ນີ້, ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ໃນ 3 ໄຕ​ມາດ​ຂອງ​ປີ​ນີ້​ກໍ​​ໄດ້ເພີ່ມ​ຂຶ້ນຫຼາຍສົມ​ຄວນ, ລາຍ​ຮັບ​ສະ​ເລ່ຍທີ່​ຈັບ​ຈ່າຍ​ໄດ້​ມີ​ເຖິງ 13.726 ຢວນ, ເພີ່ມ​ຂຶ້ນ​ 11,2% ເຊິ່ງສູງກວ່າຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ລາຍ​ຮັບ​ປະ​ຊາ​ຊົນໃນ​ຕົວ​ເມືອງ 2,5%, ຈັ​ການ​ເຕີບ​ໂຕ​​ດ້ານລາຍ​ຮັບ​​ຂອງປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ສືບ​ຕໍ່​ເພີ່ມ​ຂຶ້ນຫຼາຍກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ຊົນ​ນະ​ບົດ​ໃນ​ທົ່ວ​ປະ​ເທດ​ຈີນ.

ຄຳ​ເຫັນ

0