尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ດຳເນີນການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ລະ​ຫວ່າງຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 110

2021-10-20 17:04:38 cri

      ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ໄດ້​ໃຫ້​ຮູ້​ວ່າ: ການ​ລາດ​ຕະ​ເວນ​ຮ່ວມ​ຢູ່ລ້ອງ​ແມ່​ນ້ຳ​ຂອງ​ລະ​ຫວ່າງຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 110 ໄດ້​ເລີ່ມ​​ຂຶ້ນ​ໃນວັນ​ທີ 19 ຕຸ​ລາ​ນີ້. ເວ​ລາ 9 ໂມງ​ເຊົ້າ​ມື້​ດັ່ງ​ກ່າວ, ເຮືອ​ລາດ​ຕະ​ເວນ​ຂອງ​ຈີນ​ສອງ​ລຳ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໄດ້​​ແລ່ນ​ອອກ​ຈາກ​ທ່າ​ເຮືອ​ຂອງ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາແຂວງ​ຢຸນ​​ນານ,​ແລ້ວ​ຈະ​ໄປ​ສົມ​ທົບ​ກັບ​ເຮືອ​ລາດ​ຕະ​ເວນ​ຂອງ​ລາວ​ແລະ​ມຽນ​ມາ​ຢູ່​ເຂດ​ທ່າ​ເຮືອ​ຊຽງ​ກົກ​ປະ​ເທດ​ລາວ​ແລະ​ທ່າ​ເຮືອ​ມຽນ​ມາ​ເພື່ອ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ກັນ.
 

      ຂ່າວ​ແຈ້ງວ່າ: ເນື່ອງ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປັດ​ຈຸ​ບັນ, ການ​ລາດ​ຕະ​ເວນ​ຮ່ວມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໂດຍ​ຜ່ານ​ການ​ປະ​ສົມ​ປະ​ສານ​ທາງ​ບົກ​ແລະ​ທາງ​ນ້ຳ​ແບບຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ​ຄື​ເກົ່າ. ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງ 4 ຝ່າຍ​ຕ່າງ​ກໍ່​ສົ່ງ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ເຂົ້າ​ຮ່ວມໂດຍໃຊ້​ວິ​ທີ​ການ​ລາດ​ຕະ​ເວນ​​ແບບ​ເປັນ​ແຕ່​ລະ​ຕອນແລະ​ການ​ລາດ​ຕະ​ເວນ​ໝົດ​​​ລ້ອງ​ນ້ຳ​ຂອງ​ແບບປະ​ສົມ​ປະ​ສານ​ກັນ​ເພື່ອ​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​,ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຢູ່​ນ່ານ​ນ້ຳ​ທີ່​ສຳ​ຄັນ​ຂອງ​ແມ່​ນ້ຳ​ຂອງ,ພ້ອມ​ທັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຢູ່​ຕາມ​ແຄມ​ຝັ່ງ​ແມ່​ນ້ຳຂອງ,​ທັງສຸມ​ທຸກ​ກຳ​ລັງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ສະ​ພາບ​ຢູ່​ເຂດດັ່ງ​ກ່າວ.

ຄຳ​ເຫັນ

0