刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ປັບ​ປຸງ​ມາດ​ຕະ​ການ​ຫ້າມ​ເຂົ້າ​ປະ​ເທດ ໂດຍ​ໄດ້​ອະ​ນຸ​ຍາດ​ໃຫ້​ຄອບ​ຄົວ​ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເຂົ້າ​ປະ​ເທດ​ຕົນ​ໄດ້

2021-10-20 15:22:00 cri

 

ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ປັບ​ປຸງ​ມາດ​ຕະ​ການ​ຫ້​າມ​ເຂົ້າ​ປະ​ເທດ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19 ໂດຍ​ໄດ້​ອະ​ນຸ​ຍາດ​ໃຫ້​ຄອບ​ຄົວ​ຄົນ​ຕ່າງ​ປະ​ເທດ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ຣັດ​ເຊຍຖາ​ວອນ​ແລະ​ບຸກ​ຄົນ​ທີ່ບໍ່​ມີ​ສັນ​ຊາດ​ເຂົ້າ​ປະ​ເທດ​ຕົນໄດ້.

ອີງ​ຕາມ​ມາດ​ຕະ​ການດັ່ງ​ກ່າວ, ຄອບ​ຄົວ​ຂອງ​ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ຈະ​ຕ້ອງ​ຍື່ນ​ເອ​ກະ​ສານ​ສະ​ບັບ​ກອບ​ປີ​ທີ່​ສາ​ມາດ​ຢັ້ງ​ຢືນ​ສະ​ຖາ​ນະ​ພາບ​ຂອງ​ຕົນ ເຊິ່ງ​ລວມ​ທັງ​ທະ​ບຽນສົມ​ລົດ, ໃບ​ແຈ້ງ​ເກີດ​ແລະ​ເອ​ກະ​ສານ​ອື່ນໆ, ຫຼື​ຍື່ນ​ເອກ​ະ​ສານ​ທີ່​ສາ​ມາດ​ຢັ້ງ​ຢືນ​ສະ​ຖາ​ນະ​ພາບ​ຂອງຜູ້ປົກ​ຄອງຫຼື​ມອບ​ສິດ​ປົກ​ຄອງແລ້ວ, ກໍ​ຈະ​ສາ​ມາດ​ເຂົ້າ​ສູ່​ຣັດ​ເຊຍ​ໄດ້​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ກ່ອນ​ໜ້າ​ນີ້, ມີ​ແຕ່​ຄອບ​ຄົວ​ຂອງ​ພົນ​ລະ​ເມືອງ​ຣັດ​ເຊຍ​ເທົ່າ​ນັ້ນ​ຈຶ່ງ​ມີ​ສິດ​ເຂົ້າ​ຣັດ​ເຊຍ​ໄດ້.

ຄຳ​ເຫັນ

0