吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ເກົາ​ຫລີ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດນຳ​ວິ​ຖີ​ຂ້າມ​ທະ​ວີບ​ຈາກ​ເຮືອ​ດຳ​ນ້ຳແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ

2021-10-20 15:30:33 cri

    ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ ສ​ປປ ເກົາ​ຫລີ​ໃນ​ວັນ​ທີ 20 ຕຸ​ລາ​ນີ້ໄດ້​ໃຫ້​ຮູ້​ວ່າ: ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ ສ​ປ​ປ ເກົາ​ຫລີ​ໄດ້ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດນຳ​ວິ​ຖີ​ຂ້າມ​ທະ​ວີບ​ຈາກ​ເຮືອ​ດຳ​ນ້ຳ​ແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້. ຂີ​ປະ​ນາ​ວຸດ​ດັ່ງ​ກ່າວ​ຈະ​ເປັນ​ສ່ວນ​ສຳ​ຄັນໃນ​ການ​ຍົກ​ສູງ​ເຕັກ​ນິກ​ປ້ອງ​ກັນ​ປະ​ເທດ ແລະ​ປັບ​ປຸ​ງ​ຄວາມ​ສາ​ມາດ​ດ້ານ​ການ​ສູ້​ຮົບ​ໃຕ້​ນ້ຳ​ຂອງ​ທະ​ຫານ​ເຮືອ​ ສ​ປ​ປ ເກົາ​ຫລີ​ໃຫ້​ດີ​ຂຶ້ນ.

    ທ່ານ​ນາງ ເຈນ ​ປະ​ຊາ​ກີ ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ປະ​ນາມ​ການ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຂອງ ສ​ປ​ປ ເກົາ​ຫລີ​ຄັ້ງ​ນີ້ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ໂດຍ​ເຫັນ​ວ່າ​​ມີຄວາມ​ຈຳ​ເປັນ​ອັນ​ຮີບ​ດ່ວນ​ທີ່​​ຕ້ອງມີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງ​ປະ​ເທດ ແລະ​ຈັດ​ການ​ສົນ​ທະ​ນາ​ກັນ.

    ການ​ລາຍ​ງານ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ ສ​ປ​ປ ເກົາ​ຫລີ​ແຈ້ງ​ໃຫ້​ຮູ້​ອີກວ່າ: ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ ສ​ປ​ປ ເກົາ​ຫລີ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ປ້ອງ​ກັນ​ທາງ​ອາ​ກາດແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ. ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ ສ​ປ​ປ ເກົາ​ຫລີ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຫລາຍ​ຄັ້ງ, ລວ​ມ​ທັງຂີ​ປະ​ນາ​ວຸດ​ຄ​ຣູ​ສ​ໄລ​ຍະ​ໄກ, ຂີ​ປະ​ນາ​ວຸດເຄື່ອນ​ທີ່​​ໄດ້​ທີ່​ສາ​ມາດ​ຕິດ​ຕັ້ງ​ຢູ່​ລົດ​ໄຟ ແລະ​ຂີ​ປະ​ນາ​ວຸດ​ໄຮ​ເປີ​ໂຊ​ນິກ.  

ຄຳ​ເຫັນ

0