郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝົນ​ຕົກ​ແຮງ​ເຮັດ​ໃຫ້ບູ​ຮານສະ​ຖານຫຼາຍ​ແຫ່ງ​ໃນ​ປະ​ເທດ​ໄທ​ຖືກ​ທຳ​ລາຍ

2021-10-21 11:38:38 cri

​​ ວັນ​ທີ 20 ຕຸ​ລານີ້,ເຈົ້າ​ໜ້າ​ທີ່​ກະ​ຊວງວັດ​ທະ​ນະ​ທຳ​ຂອງ​ໄທ​ກ່າວ​ວ່າ: ປັດ​ຈຸ​ບັນ ​ບູ​ຮານ​ສະ​ຖານ​ຫຼາຍ​ແຫ່ງ​ຂອງ​ໄທ​ຖືກ​ທຳ​ລາຍຍ້ອນ​ໄດ້ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ,ພາກ​ສ່ວນ​ປົກ​ປັກ​ຮັກ​ສາວັດ​ຖຸ​ບູ​ຮານ​ແຫ່ງ​ຕ່າງໆ​ໄດ້​ແຈ້ງ​ສະ​ພາບການ​ທີ່​ກ່ຽວ​ຂ້ອງ​​ຕາມ​ລຳ​ດັບ​. ໂດຍ​ໄດ້​ຮັບ​ຜົນ​ກະ​ທົບຈາກ​ລະ​ດັບ​ໜ້າ​ນ້ຳ​ຂອງ​ແມ່​ນ້ຳ​ເຈົ້າ​ພະ​ຍາສູງ​ຂຶ້ນ,​ລະ​ບົບ​ລະ​ບາຍ​ນ້ຳ​​ຢູ່ວັດ​ອາ​ລຸນ ​ເ​ຊິ່ງ​ເປັນທິວ​ທັດ​ທີ່​ເປັນ​ສັນ​ຍະ​ລັກ​ຂອງ​ບາງກອກ​ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ເຈົ້າ​ພະ​ຍາ​ໄດ້​ເກີດ​ມີ​ບັນ​ຫາ​ທີ່​ ​ນ້ຳ​ໄຫຼ​ເຂົ້າ,ເຊິ່ງ​ເຮັດ​ໃຫ້​ທົ່ວບໍ​ລິ​ເວນ​ດັ່ງ​ກ່າວຖືກ​​ນ້ຳຖ້ວມ​ໝົດ.

ນອກນີ້​ແລ້ວ, ບູ​ຮານ​ສະ​ຖານຫຼາຍ​ແຫ່ງ​ໃນ​ສວນ​ສາ​ທາ​ລະ​ນະບູ​ຮານສະ​ຖານ​ຂອງ ພະ​ນະ​ຄອນ​ສີ​ອາ​ຍຸ​ທະ​ຍາ ທາງ​ພາກ​ກາງ​ຂອງ​ໄ​ທ​ກໍ່​ຖືກ​ນ້ຳ​ຖ້ວມ​ແລ້ວ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ລະ​ດັບ​ຕ່າງ​ກັນ. ນະ​ຄອນ ຣາ​ຊະ​ສີ​ມາ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ໄດ້​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມຢ່າງ​ໜັກ​ໜ່ວງ, ມີບູ​ຮານສະ​ຖານຫຼາຍ​ແຫ່ງ​ຖືກນ້ຳ​ຖ້ວມ​ຈົນ​ໝົດ.

​ຂ່າວ​ແຈ້ງ​ອີກວ່າ:ຫວ່າງ​ມໍ່ໆ​ນີ້ ທ່ານ​ຕານ​​ຄັດ ຫົວ​ໜ້າ​ສາ​ຂາພູ​ກັນ​​ຂອງ​ກົມ​ຄົ້ນ​ຄວ້າ​ບູ​ຮາ​ນະ​ຄະ​ດີ​ແລະ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ກະ​ຊວງວຽກ​ງານ​ສາ​ສະ​ໜາ​ແລະ​ວັດ​ທະ​ນະ​ທຳ​​ມຽນ​ມາໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ລະ​ດູ​ຝົນ​ປີ2021ຢູ່​ມຽນ​ມາ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ,ເຂດ​ພູ​ກັນ​ມີ​ຝົນ​ຕົກ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ຫຼາຍ​ປີ​ທີ່​ຜ່ານ​ມາ,ມີ​​ພະທາດ​ສາ​ສະ​ໜາ​ພຸດ50ກວ່າ​ອົງ​ຖືກ​ທຳລາຍ, ວຽກ​ງານ​ປົວ​ແປງພະ​​ທາດ​ຈະ​ຈັດ​ຂຶ້ນ​ຫຼັງ​ລະ​ດູ​ຝົນ​ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0