吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ຈຳ​ນວນການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ຢູ່​ຈີນໃນ 3 ໄຕ​ມາດຂອງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 19,6%

2021-10-21 14:48:21 cri

     ​ໃນ​ວັນ​ທີ 20 ຕຸ​ລາ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ໄດ້ເຜີຍ​ແຜ່​ຕົວ​ເລກ​ສະ​ຖິ​ຕິ​ກ່ຽວ​ກັບ​ການດຶງ​ດູດ​​ການ​ລົງ​ທຶນໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​​ໃນ​ຈີນໃນ 3 ໄຕ​ມາດ​​ຂອງ​ປີ​ນີ້, ໂດຍ​ຊີ້​ໃຫ້​ເຫັນ​ວ່າ:  ແຕ່​ເດືອນ​ມັງ​ກອນ ຫາ​ ເດືອ​ນ​ກັນ​ຍາ​ປີ​ນີ້, ຍອດ​ຈຳ​ນວນ​​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ໄດ້​ບັນ​ລຸ​ເຖິງ 859, 51 ຕື້ຢວນ,   ເພີ່ມ​ຂຶ້ນ 19,6​% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ, ໂຄງ​ປະ​ກອບ​ດ້ານ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ຢູ່​ຈີນໄດ້​ປັບ​ປຸງໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

    ​ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ຄື: ໂຄງ​ປະ​ກອບ​ດ້ານ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຈີນ​ໄດ້​ປັບ​ປຸງໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​​ເຊິ່ງໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ​ຈຳ​ນວນ​​ການ​ລົງ​ທຶນ​ໃນຂະ​ແໜງ​ການ​ເຕັກ​ນິ​ກ​ຂັ້ນ​ສູງ​ໄດ້​ຮັກ​ສາ​ທ່ວງ​ທ່າ​ເຕີບ​ໂຕ​ຢ່າງວ່ອງ​ໄວ, ​ການ​ຮ່ວມ​ມື​​ດ້ານ​ກາ​ນ​ລົງ​ທຶນກັບ​ປະ​ເທດ​​ຢູ່ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄດ້​ເພີ່ມ​ຂຶ້ນ​ອ່າວ​ໄວ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ, ການ​ລົງ​ທຶນ​ໂດຍ​ກົງ​ ​ຂອງ​ປະ​ເທດທີ່​ລຽບຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ປະ​ເທດ​ອາ​ຊຽນ​ໃນ​ຈີນ​ໃນ 3 ໄຕ​ມາດ​ຂອງ​ປີ​ນີ້​ຕ່າງ​​ກໍໄດ້​ເພີ່ນ​ຂຶ້ນ 31,9% ແລະ31,4%​ ຕາມ​ລຳ​ດັບ.

    ຜູ້​ຊ່ຽວ​ຊານ​ເຫັນ​ວ່າ: ສະ​ພາບ​ການ​ພື້ນ​ຖານ​ດ້ານ​ເສດ​ຖະ​ກິ​ດ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ມີ​ທ່ວງ​ທ່າ​ທີ່​ດີ, ​ຕ່ອງ​ສໍ້ການ​ຜະ​ລິດ​ ແລະ​ການ​ສະ​ໜອງ​ມີ​ຄົບ​ຖ້ວນ ແລະ​ສະ​ພາບ​ແວດ​ລ້ອມ​ດ້າ​ນ​ການ​ດຳ​ເນີນ​ທຸ​ລະ​ກິດຢູ່​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້ເປັນ​ປັດ​ໄຈ​ອັນ​ຕັ້ງ​ໜ້າ​ໃນ​ການ​ດຶດ​ດູງການ​ລົງ​ທຶນໂດຍ​ກົງ​ຂອງ​ຕ່າງ​ປ​ະ​ເທດ.

ຄຳ​ເຫັນ

0