ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມການລາຍງານຂ່າວຂອງສຳນັກຂ່າວສານ ສປປ ເກົາຫລີແຈ້ງໃຫ້ຮູ້ວ່າ: ໂຄສົກກະຊວງການຕ່າງປະເທດ ສປປ ເກົາຫລີໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງທີ່ອາເມຣິກາກ່າວປະນາມ ສປປ ເກົາຫລີທົດລອງຍິງຂີປະນາວຸດນຳວິຖີຂ້າມທະວີບແບບໃໝ່ຈາກເຮືອດຳນ້ຳ, ໂດຍກ່າວວ່າ: ສະຖາບັນຄົ້ນຄວ້າວິທະຍາສາດປ້ອງກັນປະເທດ ສປປ ເກົາຫລີໄດ້ທົດລອງຍິງຂີປະນາວຸດນຳວິຖີຂ້າມທະວີບແບບໃໝ່ຈາກເຮືອດຳນ້ຳໃນວັນທີ 19 ຕຸລານີ້ກໍແມ່ນການເຄື່ອນໄຫວຕາມປົກກະຕິເພື່ອຈັດຕັ້ງປະຕິບັດແຜນພັດທະນາວິທະຍາສາດປ້ອງກັນປະເທດໄລຍະກາງ ແລະໄລຍະຍາວຂອງ ສປປ ເກົາຫລີໃຫ້ສຳເລັດ, ບໍ່ໄດ້ເປັນໄພຂົ່ມຂູ່ ຫລືສ້າງຄວາມອັນຕະລາຍໃຫ້ກັບສະຖຽນລະພາບຂອງປະເທດອ້ອມຂ້າງ ແລະພາກພື້ນ.
ແຕ່ອາເມຣິກາໄດ້ໃສ່ຮ້າຍປ້າຍສີວ່າ: ສປປ ເກົາຫລີໄດ້ລະເມີດມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ໂດຍອ້າງວ່າ ເລື່ອງນີ້ເປັນໄພຂົ່ມຂູ່ຕໍ່ຄວາມສະຖຽນລະພາບ ແລະສັນຕິພາບຂອງພາກພື້ນ, ທັງໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດກອງປະຊຸມຢ່າງຮີບດ່ວນ, ເຊິ່ງເປັນການກະທຳທີ່ເກີນກວ່າເຫດທີ່ສຸດ, ສປປ ເກົາຫລີສະແດງຄວາມກັງວົນຕໍ່ເລື່ອງນີ້.
ສປປ ເກົາຫລີພັດທະນາຄວາມສາມາດການສະກັດກັ້ນສົງຄາມບໍ່ໄດ້ແນໃສ່ປະເທດ ຫລືອິດທິກຳລັງໃດໜຶ່ງ, ຫາກແຕ່ເພື່ອປ້ອງກັນບໍ່ໃຫ້ເກີດສົງຄາມ ແລະປົກປັກຮັກສາອະທິປະໄຕແຫ່ງຊາດຂອງຕົນ.
ຄຳເຫັນ
0