吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງເອີ​ຊູ​ລາ ວອນ ເດີ ເລ​ເຢນ​ກ່າວ​ວ່າ,ສະຫະພາບ​ເອີ​ລົບ​ຕ້ອງ​ມີຜູ້​ສະໜອງ​ອາຍ​ແກັ​ສທຳ​ມະ​ຊາດ​​ຫຼາຍ​ຂຶ້ນ ​ແລະ ​​ຄວນ​ເລັ່ງ​ການ​ຫັນ​ເປັນ​ການ​​ນຳໃຊ້​ພະລັງງານ​ ສະອາດ​

2021-10-21 11:38:57 CRI

    ວັນ​ທີ 20 ຕຸລາ​ນີ້, ທ່ານ​ນາງ​ເອີ​ຊູ​ລາ ​ວອນ ເດີ ເລ​ເຢນ ປະທານ​ຄະນະ​ກຳມະການ​ສະຫະພາບ​​ເອີ​ລົບ​ກ່າວ​ວ່າ, ປັດຈຸບັນ, ສະຫະພາບ​ເອີ​ລົບ​​ໄດ້​ນຳ​ໃຊ້​ອາຍ​ແກັ​ສທຳ​ມະ​ຊາດ ​ແລະ ​ອາ​ໄສການ​ນຳ​ເຂົ້າ​ອາຍ​ແກັ​ສທຳ​ມະ​ຊາດ​​ຫຼາຍເກີນ​ໄປ, ນີ້​ໄດ້ເຮັດ​ໃຫ້​ສະຫະພາບ​ເອີ​ລົບ​​ມີ​ຄວາມອ່ອນ​ແອ​ຫຼາຍ​ໃນ​ດ້ານ​ການ​ສະໜອງ​ພະລັງງານ, ສະຫະພາບ​ເອີ​ລົບ​ຕ້ອງ​​ມີ​ຜູ້​ສະໜອງ​ອາຍ​​ແກັ​ສທຳ​ມະ​ຊາດ​ຫຼາຍ​ຂຶ້ນ.


    ​ໃນມື້​ດຽວ​ກັນ, ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ເອີ​ລົບ, ນາງ​ເອີ​ຊູ​ລາ ວອນ ເດີ ເລ​ເຢນ​ຊີ້​​ໃຫ້​ເຫັນ​ວ່າ, ສະຫະພາບ​ເອີ​ລົບ​ຕ້ອງ​ຊຸກ​ຍູ້​ໃຫ້​ເລັ່ງ​ຫັນ​ເປັນ​ການ​ນຳ​ໃຊ້​ພະລັງງານ​​ສະອາດ. ນາງ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ໄດ້​ໃຊ້​ງົບປະມານ 36 ຕື້​​ເອີ​ໂຣ​ໂດຍ​ຜ່ານ​​ແຜນການ “ສະຫະພາບ​​ເອີ​ລົບ​ລຸ່ນ​ໃໝ່” ​ເພື່ອ​ພັດທະນາ​ພະລັງງານ​​ສະອາດ.


     ນັບ​ແຕ່ຕົ້ນ​ປີ​ນີ້​​ມາ, ລາຄາ​ພະລັງງາ​ນຢູ່​ສະຫະພາບ​ເອີ​ລົບ​ໄດ້ຖີບ​ຕົວສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ນີ້​ໃນ​ລະດັບ​ສູງ. ຂ່າວ​ແຈ້ງວ່າ, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເອີ​ລົບ​ທີ່​ຈັດຂຶ້ນ​ໃນ​ວັນ​ທີ 21 ຕຸລາ​ນີ້, ຜູ້ນຳ 27 ປະ​ເທດ​ສະຫະພາບ​ເອີ​ລົບ​ຈະ​ສຸມ​ໃສ່​​ຫົວ​ຂໍ້​ດັ່ງກ່າວ ​ແລະ ຈະ​ປຶກ​ສາຫາລື​ກ່ຽວ​ກັບ​ມາດ​ຕະການ​ຮັບ​ມື​ທີ່​ກ່ຽວຂ້ອງ.

 

ຄຳ​ເຫັນ

0