郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງຢີ້​ຈະ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ປະ​ເທດ​ເກາະ​ດອນ​ໃນ​ປາ​ຊິ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກ

2021-10-21 17:14:57 cri

ວັນ​ທີ20ຕຸ​ລາ​ນີ້ ທ່ານ​ວ່າງ​ເວີນ​ປີນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ-ປະ​ເທດ​ເກາະ​ດອນ​ໃນ​ປາ​ຊິ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ21ຕຸ​ລານີ້​ໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ ​ເຊິ່ງ​ທ່ານວາງຢີ້ ທີ່​ປຶ​ກ​ສາ​ແຫ່ງ​ລັດ,ທັງ​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ ໂດຍ​ຈະ​ມີ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງປະ​ເທດ​ເກາະ​ດອນ​ໃນປາ​ຊິ​ຟິກ​ທີ່​ມີ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ບັນ​ດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ຈະ​ແລ​ກ​ປ່ຽນ​ຄຳ​ຄິດເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ຕ່າງ​ໆ ເຊັ່ນ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເກາະ​ດອນໃນ​ປາ​ຊິ​ຟິກ, ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ແລະ​ການ​ຮ່ວມ​ມື​ແລກ​ປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ ແລະການ​ຮ່ວມ​ມື​ໃນ​ພາກ​ພື້ນ ກໍ​ຄື​ສາ​ກົນ​ເປັນ​ຕົ້ນ.

ຄຳ​ເຫັນ

0