吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດຕາ​ຫວ່າງ​ງານ​ຂອງ​ຈີນຢູ່​ໃນ​ອັນດັບ​ຕ່ຳ​ສຸດ​ໃນ 2 ປີ​ມາ​ນີ້

2021-10-21 11:30:39 CRI

ອັດຕາ​ຫວ່າງ​ງານ​ຂອງ​ຈີນຢູ່​ໃນ​ອັນດັບ​ຕ່ຳ​ສຸດ​ໃນ 2 ປີ​ມາ​ນີ້_fororder_20211020153403485

    ວັນ​ທີ 20 ຕຸ​ລາ​ນີ້, ​ໃນ​ເວລາ​​ແນະ​ນຳ​ກ່ຽວ​ກັບ​ສະພາບ​ການ​ປະກອບ​ອາຊີ​ບ​ໃນ​ສະ​ເພາະ​ໜ້າ​ນີ້, ທ່ານ​ຮ່າ​ຈື່ງ​ໂຢ ຫົວໜ້າ​​ກົມການ​ປະກອບ​ອາຊີບ​ຂອງ​ຄະນະ​ກຳມະການ​ພັດທະນາ ​ແລະ ປະຕິ​ຮູບ​ແຫ່ງຊາດ​ຈີນ​ໄດ້​ຊີ້​ອອກ​ວ່າ: ສະ​ເລ່ຍ​ແລ້ວອັດຕາ​ຫວ່າງ​ງານ​​ຕາມການ​ສຳ​ຫຼວດຂອງ​ຈີນ​ໃນ 9 ​ເດືອນ​​ຂອງ​ປີ​ນີ້​​ແມ່ນ 5,2%, ​ໃນ​ນັ້ນ, ​ເດືອນ​ກັນຍາ​​​ແມ່ນ 4,9%, ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ໄດ້​ຫຼຸດ​ລົງ 0,5%, ​ເມື່ອ​ທຽບ​ໃສ່​ເດືອນ​ສິງຫາ​​ແລ້ວ​ນີ້​ໄດ້​ຫຼຸດລົງ 0,2%, ຖື​ວ່າ​ຢູ່​ໃນ​ອັນດັບ​ຕ່ຳ​ສຸດ​ໃນ 2 ປີ​ມມາ​ນີ້.


    ທ່ານ​ຮ່າ​ຈື່ງ​ໂຢກ່າ​ວ​ຕື່ມວ່າ, ​ເປົ້າ​ໝາຍ​ການ​ປະກອບ​ອາຊີບຂອງ​ຈີນໃນ​ຕົ້ນ​ປີ​ນີ້​ແມ່ນ​ໃຫ້​ເພິ່ມ​ຂຶ້ນຫຼາຍ​ກວ່າ 11 ລ້ານ​ຄົນ, ​ໃນ 9 ​​ເດືອນ​ຂອງ​ປີ​ນີ້​ມີ​ປະ​ຊາ​ກອນ​ໄດ້​ປະ​ກອບ​ອາ​ຊີບ​ແລ້ວ 10,45 ລ້ານ​ຄົນ​ເທົ່າ​ກັບ 95% ຂອງ​ເປົ້າ​ໝາຍ​ໝົດ​ປີ.


    ​ແຕ່​ທ່ານ​ຮ່າ​ຈື່ງ​ໂຢກໍ່​​ຍັງກ່າວ​ວ່າ, ປັດຈຸບັນ, ປັດ​ໄຈ​ບໍ່​ໝັ້ນຄົງ ​ແລະ ຄວາມ​ບໍ່​ແນ່ນອນໃນ​​ການປະກອບ​ອາຊີບ​ຍັງ​​ຂ້ອນ​ຂ້າງ​ຫຼາຍ​ຢູ່. ​ເມື່ອ​ເບິ່ງ​ຈາກ​ເສ​ດຖະກິດ​ມະຫາ​ພາກ​ແລ້ວ, ເຫັນ​ວ່າການ​ຟື້ນ​ຟູ​ເສດຖະກິດ​ຈີນ​ໃນ​ສະ​ເພາະ​ໜ້າ​ນີ້​ຍັງ​ບໍ່​ໝັ້ນຄົງ ​ແລະ ບໍ່​ ດຸນ​​ດ່ຽງ, ສິ່ງ​ທ້າ​ທາຍ​ຕໍ່​ກັບ​ການ​ເຄື່ອນ​ໄຫວ​ດ້ານ​ເສ​ດ​ຖະ​ກິດ​ຍັງ​ຄົງ​ເພີ່ມ​ຫຼາຍ​ຂຶ້ນ, ​ໂດຍ​ສະ​ເພາະ​ໃນ​ໄຕ​ມາດ​ທີ 3, ຕົວ​​ຊີ້​ວັດ​ດ້ານ​ເສດຖະກິດ​​ບາງ​ພາກ​ສ່ວນ​ໄດ້​ຫຼຸດລົງ ​ເຊິ່ງ​ເຮັດ​ໃຫ້ການດັດສົມ​​ຄວບ​ຄຸມມະຫາ​ພາກ​ຍາກ​ຂຶ້ນ​ກວ່າ​ເກົ່າ.

 

ຄຳ​ເຫັນ

0