吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ປຶ້ມ “​ສີ​ຈີ້ນ​ຜິງ ແນວ​ຄິດ​ການ​ບໍ​ລິ​ຫານ​ປະ​ເທດ” ​​ໄດ້ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປື້ມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ

2021-10-21 14:47:04 cri

图片默认标题_fororder_微信图片_20211021112457

    ວັນ​ທີ 20 ຕຸ​ລາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ງານ​ວາງ​ສະ​ແດງ​ປຶ້ມ​ແຟຼງເຟີດ​ປະ​ເທດເຢຍ​ລະ​ມັນ​ເຊິ່ງ​ເປັນ​ງານ​ວາງ​ສະ​ແດງ​ປຶ້ມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄດ້​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ອອນ​ລາຍ ແລະ​ອອ​ຟ​ລາຍ.

    ປຶ້ມ​ຫລາຍ​ພາ​ສາ​ກ່ຽວ​ກັບ​ຜົນ​ງານ​ວັນ​ນະ​ຄະ​ດີ​ອັນ​ສຳ​ຄັນ, ວັດ​ທະ​ນະ​ທຳ​ສັງ​ຄົມ, ການ​ຮຽນ​ພາ​ສາ​ຕ່າງໆ ເຊິ່ງ​ລວມ​ທັງປຶ້ມ “​ສີ​ຈີ້ນ​ຜິງ ແນວ​ຄິດ​ການ​ບໍ​ລິ​ຫານ​ປະ​ເທດ” ​ໄດ້​ວາງ​ສະ​ແດງ​ໃນ​ງານ​ດັ່ງ​ກ່າວ.

    ໃນ​ຖາ​ນະ​ເປັນ​ງານ​ມະ​ໂຫລານ​ດ້ານ​ວັນ​ນະ​ຄະ​ດີ ແລະ​ການພິມ​ຈຳ​ໜ່າຍ​ໃນ​ໂລກ, ງານ​ວາງ​ສະ​ແດງ​ປຶ້ມ​ແຟຼງ​ເ​ຟີດຄັ້ງ​ທີ 73ໄດ້​ມີ​ສຳ​ນັກ​ພິມຈຳ​ໜ່າຍ ແລະວິ​ສາ​ຫະ​ກິດ 2000 ແຫ່ງ​ທີ່​ມາ​ຈາກ80 ປະ​ເທດ ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ. ງານ​ວາງ​ສະ​ແດງ​ໃນ​ປີ​ນີ້​ນອກ​ຈາກ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19​ຄື: “ສັກ​ວັກ​ຊີນ​ຮຽບ​ຮ້ອຍ, ປິ່ນ​ປົວ​ຫາຍ​ດີ​ຮຽບ​ຮ້ອຍ, ມີ​ຜົນກວດ​​ຮຽບ​ຮ້ອຍ”ແລ້ວ, ແຕ່​ລະ​ມື້​ໄດ້​ອະ​ນຸ​ຍາດ​​​ໃຫ້​ຄົນ​ເຂົ້າ​ຊົມ​ພຽງ 25000 ຄົນ​, ທັງ​ໄດ້​ຮຽກ​ຮ້ອງ​ໃຫ້​ໝົດ​ທຸກ​ຄົນ​ໃສ່​ຜ້າ​ປິດ​ປາກ. ຕາມ​ຂ່​າວ​ລາຍ​ງານ​ວ່າ: ງານ​ວາງ​ສະ​ແດງ​ປຶ້ມ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ຮອດ​ວັນ​ທີ 24 ຕຸ​ລາ​ນີ້.

 

ຄຳ​ເຫັນ

0