吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ອະ​ນຸ​ຍາດ​ໃຫ້ປະ​ຊາ​ຊົນ​ຂອງ 46 ປະ​ເທດ ແລະ​ເຂດ​ແຄວ້ນ​​ເຂົ້າ​ປະ​ເທດ​ຕົນ​ໂດຍ​ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ​ນັບ​ແຕ່​ເດືອນ​ພະ​ຈິກ​ນີ້​ເປັນ​ຕົ້ນ​ໄປ

2021-10-22 11:22:05 cri

    ວັນ​ທີ 21 ຕຸ​ລາ​ນີ້, ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກລັດ​ຖະ​ມົນ​ຕີ​ໄທ​ໄດ້​ແຈ້ງ​ຂ່າວ​ຜ່ານ​ທາງສື່​ສັງ​ຄົມ​ອອນ​ລາຍ, ໂດຍ​ກ່າວ​ວ່າ: ເພື່ອ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ໄທ, ຊຸກ​ຍູ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ໄທ, ນັບ​ແຕ່​ວັນ​ທີ 1 ພະ​ຈິກ​ປີ​ນີ້​ເປັນ​ຕົ້ນ​ໄປ, ​ຈະອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ຂອງ 46 ປະ​ເທດ ແລະ​ແຂດ​ແຄວ້ນ​​ເດີນ​ທາງເຂົ້າ​​ປະ​ເທດ​ໄທ​​​ໄດ້​ໂດຍ​ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ, ​​ໂດຍ​ເພີ່ມ​ຂຶ້ນຈາກ 10 ປະ​ເທດ ແລະ​ເຂດ​ແຄວ້ນ​ທີ່​​ໄດ້ປະ​ກາດ​ໃນ​ກ່ອນ​ໜ້າ​​ນີ້​ເປັນ 46 ປະ​ເທດ ແລະ​ເຂດ​ແຄວ້ນ. ແຕ່​ມີເງື່ອນ​ໄຂ​​​ກໍຄື: ​​ບຸກ​ຄົນ​ທີ່​​ເດີນ​ທາງມາ​ຈາກ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​​ຕ່ຳ​ໃນການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ຕ້ອງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ໄທ, ຕ້ອງ​ໄດ້​ສັກ​ວັກ​ຊີນ​ຮຽບ​ຮ້ອຍ, ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຜົນ​ການກວດ​​ໄວ​ຣັດ​ໂຄວິດ-19ເປັນ​ລົບ, ​ເດີນ​ທາງເຂົ້າ​ສູ່​ໄທ​ດ້ວຍ​ເຮືອ​ບິນ, ຫລັງ​ຈາກ​ເຂົ້າ​ສູ່​ໄທ​ແລ້​ວ​ຍັງ​ຕ້ອງກວດ​ຫາ​ໄວ​ຣັດ​ໂຄວິດ-19 ອີກ​ຄັ້ງ​ໜຶ່ງ.

    ຕາ​ມ​ບັນ​ຊີ​ລາຍ​ຊື່​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ໄດ້​ປະ​ກາດ​ໃນ​ມື້​ດຽວ​ກັນ, ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ ແລະ​ເຂດ​ແຄວ້ນ​ທີ່​ໄດ້​ຮັບ​ການຍົກ​ເລີກ​ການ​ກັກ​ບໍ​ລິ​ເວ​ນ​ຊຸດ​ທຳ​ອິດ​ລວ​ມ​ມີ: ຈີນ, ເຂດ​ຮົງ​ກົງ, ສິງ​ກະ​ໂປ, ຍີ່​ປຸ່ນ, ສ ເກົາ​ຫລີ, ມາ​ເລ​ເຊຍ, ກຳ​ປູ​ເຈຍ,  ອັງ​ກິດ, ອາ​ເມ​ຣິ​ກາ, ກາ​ນາ​ດາ, ອົ​ສ​ຕຼາ​ລີ, ຝ​ຮັ່ງ, ເຢຍ​ລະ​ມັນ, ອີ​ຕາ​ລີ, ແອ​ສ​ປາຍ, ຊູ​ແອັດ ແລະ​ປະ​ເທດ​ອື່ນໆ.

ຄຳ​ເຫັນ

0