吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະໜອງ​ວັກ​ຊິນ​ໂຄ​ວິດ-​19 ຈຳນວນ 1,5 ຕື້​ຫຼອດໃຫ້​ກັບ 100 ກວ່າ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ

2021-10-22 10:39:09 CRI

    ວັນ​ທີ 21 ຕຸລາ​ນີ້, ​ໃນ​ເວລາ​ຈັດ​ກອງ​ປະຊຸມ​ຂ່າວ, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ນັບ​ແຕ່​ພະຍາດ​​ໂຄ​ວິດ-​19 ​ແຜ່​ລະບາດ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ຍຶດໝັ້ນ​​ການ​ຖື​ເອົາ​ວັກ​ຊິນ​​ເປັນ​ຜະລິດ​ຕະພັນ​ສາທາລະນະ​ຂອງໂລກ, ​ໄດ້ພະຍາຍາມ​ຢ່າງ​ສຸດ​ຂີດ​​ເພື່ອ​ສະໜອງ​ວັກ​ຊິນ​ໃຫ້​ແກ່​ປະຊາ​ຄົມ​ໂລກ​ຕາມ​ຄວາມ​ສາມ​າດ​ຂອງ​ຕົນ. ພຽງ​ແຕ່​ໃນ​ອາທິດ​ທີ່​ຜ່ານ​​ມາ, ຈີນ​ກໍ່​ໄດ້​ສະໜອງ​ວັກ​ຊິນ​ຕ້ານ​ພະຍາດ​ໂຄ​ວິດ-​19 ຈຳນວນຫຼາຍກວ່າ 60 ລ້ານ​ຫຼອດ​ໃຫ້​ແກ່ 20 ປ​ະ​ເທດ​ທີ່​ພວມ​ພັດທະນາ​ໃນອາຊີ ອາ​ຟຼິກາ ອາ​ເມຣິກາ​ຣາຕິນ ​ແລະ ​ເອີ​ລົບ. ​ມາ​ຮອດວັນ​ທີ 17 ຕຸລາ​ນີ້, ຈີນ​ໄດ້ ສະໜອງ​ວັກ​ຊິນ​ຕ້ານ​ພະຍາດ​ໂຄ​ວິດ-​19 ຈຳນວນ 1,5 ຕື້​ຫຼອດ​ໃຫ້​ກັບ 100 ກວ່າ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ.


    ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ຕື່ມ​ວ່າ, ທ່ານ​ປະທານ​ສີ​ຈີ້​ນຜິ​ງ​ໄດ້​ປະກາດ​ວ່າ,​ຈີນ​ຈະ​ພະຍາຍາມ​ສະໜອງ​ວັກ​ຊິນ 2 ຕື້​ຫຼອດ​ໃຫ້​ກັບ​ຕ່າງປະ​ເທດ​ໃນ​ໝົດ​ປີ, ບົນ​ພື້ນຖານ​ທີ່​​ໄດ້ບໍລິ​ຈາກ​ເງິນ 100 ລ້ານ​ໂດ​ລາ​ໃຫ້​ກັບ​ “​ແຜນ​ການ​ດຳ​ເນີນ​ງານ​ວັກ​ຊິນ​ພະ​ຍາດ​ໂຄວິດ-19”​​, ​ຈະ​ຊ່ວຍ​ເຫຼືອ​ລ້າ​ວັກ​ຊິນ 100 ລ້ານ​ຫຼອດ​ຕື່ມອີກ​ໃຫ້​ແກ່​ປະ​ເທດ​​ພວມ​ພັດທະນາ​.

ຄຳ​ເຫັນ

0