吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ຄົນ​ພິ​ການ​ແຫ່​ງ​ຊາດ​ຈີນ​ຄັ້ງ​ທີ 11 ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​ຄັ້ງ​ທີ 8 ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊີ່​ອ່ານ

2021-10-22 11:32:31 cri

    ງານ​ກິ​ລາ​ຄົນ​ພິ​ການ​ແຫ່​ງ​ຊາດຈີນ​ຄັ້ງ​ທີ 11 ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​ຄັ້ງ​ທີ 8ຈະ​ໄຂ​ຂຶ້ນຢູ່​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​ ນະ​ຄອນ​ຊີ່​ອ່ານ​ ແຂວງ​ສານ​ຊີ່ ສ​ປ ຈີນໃນເວ​ລາ 20 ໂມງ​ຂອງວັນ​ທີ 22 ຕຸ​ລາ​ນີ້​.

    ຕາມ​ຂ່າວ​ລາຍ​ງານ​ວ່າ: ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມປິກ​ພິ​ເສດ​ຄັ້ງ​ນີ້ຈະ​​ສະ​ແດງ​ໃຫ້​ເຫັນ​ເຖິງແນວ​ຄິດ​ກ່ຽວ​ກັບ​ຄົນ​ພິ​ການ ແລະ​ຄົນ​ປົກ​ກະ​ຕິ​ສາ​ມາດ​ເຊື່ອງ​ໂຍງ​ເຂົ້າ​ກັນ, ​ຄົນ​ພິ​ການ ແລະ​ ຄົນ​ປົກ​ກະ​ຕິ​ພັດ​ທະ​ນາ​ໄປ​ພ້ອມ​ກັນ, ​ຈະ​ສະ​ແດງ​ໃຫ້​ເຫັນສະ​ພາບ​ການ​ທີ່ຄົນ​ພິ​ການ​ໄດ້​ສູ້​ຊົນ​ໃນ​ຍຸກ​ສະ​ໄໝ​ໃໝ່ ແລະຮ່ວ​ມ​ກັນ​ຊົມ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ແບບ​ໃໝ່. ນອກ​ນີ້, ເພງ​ປະ​ຈຳ​ງານ​ກິ​ລາ​ຄັ້ງ​ນີ້​ທີ່​ມີ​ຊື່​ວ່າ “ມີ​ແສງ​ສະ​ຫວ່າງ​ໃນ​ໃຈ​” ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​​ສ່ວນ​ກ່ຽວ​ກັບ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​​ວຽກ​ງານ​ຄົນ​ພິ​ການທີ່​ “ສະ​ເໝີ​ພາບ​ກັນ, ມີ​ສ່ວນ​ຮ່ວມ, ຊົມ​ໃຊ້​ຮ່ວມ​ກັນ”​.

ຄຳ​ເຫັນ

0