何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສືບ​ຕໍ່ສຳຫຼວດກວດ​ກາ​ວຽກ​ງານ​ຢູ່ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ

2021-10-22 11:24:27 CRI

ທ່ານ​ສີ​ຈິ້ນ​ຜິງ​ສືບ​ຕໍ່ສຳຫຼວດກວດ​ກາ​ວຽກ​ງານ​ຢູ່ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ_fororder_1127983425_16348664648311n

    ວັນ​ທີ 21 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ສືບ​ຕໍ່ສຳຫຼວດກວດ​ກາ​ວຽກ​ງານ​ຢູ່ນະ​ຄອນ​ຕຸ່ງ​ຢິງ​ແຂວງ​ຊ່ານ​ຕຸ່ງ. ທ່ານ​ໄດ້​ເດີນ​ທາງ​ໄປ​ຮອດ​ເຂດ​ສາ​ທິດ​ດ້ານ​ອຸດ​ສາ​ຫະ​ກຳ​ໄຮ​ເທັກ​ດ້ານ​ກະ​ສິ​ກຳເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ເຫຼືອງ, ເຂດ​ຊຸມ​ຊົນ​ຢາງ​ມ້ຽວ​ຕາ​ແສງ​ຕົງ​ຈີ​ເມືອງ​ເຄິນ​ລີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຂຸດ​ຄົ້ນ​ບໍ່​ນ້ຳ​ມັນ​ເຊີ້ງ​ລີ້ ແລະ ແທ່ນ​ເຈາະ​ນ້ຳ​ມັນ, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ນຳ​ໃຊ້​ດິນ​​ເຄັມ ແລະ ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ທັນ​ສະ​ໄໝ​ຢູ່​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​ເຫຼືອງ, ​ເຂດ​ຍົກ​ຍ້າຍ​ ແລະ​ຈັດ​ສັນ​ປະ​ຊາ​ຊົນ​ຈາກ ເຂດລະ​ບາຍ​ນ້ຳ​ຖ້ວມ ແລະ ອ່າງ​ເກັບ​ນ້ຳ​ຖ້ວມ​ເກົ່າ​ຂອງແມ່​ນ້ຳ​ເຫຼືອງ, ການ​ພັດ​ທະ​ນາ​​ບໍ່​ນ້ຳ​ມັ​ນ​ເຊີ້ງ​ລີ້ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ໋ ແລະ​ອື່ນໆ.

ຄຳ​ເຫັນ

0