吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບການ​ພັດທະນາ​ສີຂຽວ​ແລະ​ແບບ​ຍືນ​ຍົງ​ຈີນ-​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ

2021-10-22 10:46:03 CRI

​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບການ​ພັດທະນາ​ສີຂຽວ​ແລະ​ແບບ​ຍືນ​ຍົງ​ຈີນ-​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ_fororder_微信图片_20211022104122


    ປີ 2021 ​ເປັນປີ​ທີ່​ຈີນ ​ແລະ ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈ​ລະ​ຈາ​ຄົບຮອບ 30 ປີ, ​ທັງ​ແມ່ນ​ປີ​ຮ່ວມ​ມື​ພັດທະນາ​ແບບ​ຍືນ​ຍົງ​ຈີນ-​ອາ​ຊຽນ. ວັນ​ທີ 21 ຕຸລາ​ນີ້, ພະ​ແນກ​ນິ​ເວດ ແລະ ​ສິ່ງ​ແວດ​ລ້ອມຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ຊາບ​ວ່າ, ​ໃນ​ຖານະ​ທີ່​ເປັນ​ໜຶ່ງ​ໃນ​ກິດຈະກຳ​​​ສຳ​ລັ​ບ​ປີ​ການ​ຮ່ວມ​ມື​ ພັດທະນາ​ແບບ​ຍືນ​ຍົງຈີນ-​ອາ​ຊຽນປີ 2021, ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບການ​ພັດທະນາ​ສີຂຽວ​ແລະ​ແບບ​ຍືນ​ຍົງ​ຈີນ-​ອາ​ຊຽນ ກໍ່​ຄື​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມຈີນ-​ອາ​ຊຽນປີ 2021 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ ​ເຂດ​ກວາງຊີ​ຈີນ​ດ້ວຍ​ຮູບ​ແບບ​ອອນ​ລາຍ ​ແລະ ອອຟລາຍ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 26 ຕຸລາ​ນີ້.


    ນັບ​​ແຕ່​​ເວທີ​ປຶກສາ​ຫາລື​ການ​ຮ່ວມມື​ດ້ານ​ສິ່ງ​ແວດ​ລ້ອມ​ຈີນ-​ອາ​ຊຽນຄັ້ງ​ທຳ​ອິດ​ໄດ້ຈັດ​ຂຶ້ນ​ໃນ​ປີ 2011 ​ເປັນ​ຕົ້ນ​ມາ, ​ເວທີ​ປຶກສາ​ຫາລື​ໄດ້​ກາຍ​ເປັນ​ເວທີ​ສຳຄັນ​ລະ​ດັບ​ສູງ​​ລະ​ຫວ່າງຈີນ ​ແລະ ອາ​ຊຽນ​ເພື່ອ​ປຶກ​ສາ​ຫາ​ລື​ກັນ ​ແລະ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັນ. ​ເນື່ອງ​ໃນ​ໂອາກາດ​ເວ​ທີ​ປຶກສາ​ຫາລື​​ດັ່ງ​ກ່າວ​ໝູນວ​ຽນ​ມາຄົບຮອບ 10 ປີ​​ນີ້, ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດໝາກ​ຜົນ​ຂອງ​ກອງ​ປະຊຸມ​ຜູ້ນຳ​ຈີນ-​ອາ​ຊຽນ, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມມື​ລະຫວ່າງ​ຈີນ ກັບ ບັນດາ​ປະ​ເທ​ດອາຊຽນ, ຈະ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບຍຸດ​ທະ​ສາດ, ນະ​ໂຍບາຍ, ​ແຜນ​ປະຕິບັດ​ງານ ​ພ້ອມ​ທັງ​ຂໍ້​ລິ​ເລິ່ມຕ່າງໆ​ກ່ຽວ​ກັບ​ການ​ພັດທະນາ​ສີຂຽວ.

 

ຄຳ​ເຫັນ

0