郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHOກ່າວ​ວ່າ:​ຮອດ​ທ້າຍ​ປີນີ້ ປະ​ເທດ​ຕາ​ເວັນ​ຕົກ​ຈະເກັບສະ​ສົມ​ວັກ​ຊີນ​ໂຄວິດ-19 ເຖິງ 600 ລ້ານ​ຫຼອດ

2021-10-22 15:06:10 cri

ວັນ​ທີ21ຕຸ​ລານີ້ ​ທ່ານ​ແຈັມ​ສ໊ ໂກ​ເດີນ ບ​ຣາວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ຮັບ​ຜິດ​ຊອບ​ການ​ລະ​ດົມ​ທຶນ​ດ້ານ​ສາ​ທາ​ລະ​ນະ​ສຸກຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼືWHO,ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ກ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຂອງWHOກ່ຽວ​ກັບ​​ສະ​ພາບ​ພະ​ຍາດ​ໂຄວິດ-19ວ່າ: ຮອດ​ທ້າຍ​ປີນີ້ ປະ​ເທດ​ຕາ​ເວັນ​ຕົກ​ຈະເກັບສະ​ສົມວັກ​ຊີນ​ໂຄວິດ-19ເຖິງ600ລ້ານ​ຫຼອດ.

ທ່ານ​ບ​ຣາວ​ຊີ້​ໃຫ້​ເຫັນ​ວ່າ: ອີງ​ຕາມ​ການ​ຄາດ​ຄະ​ເນ​ຫຼ້າ​ສຸດ​ຂອງWHO:ປີ​ໜ້າ ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ຈະ​ເພີ່ມຂຶ້ນຫຼາຍກວ່າ200ລ້ານ​ກໍ​ລະ​ນີ,ໃນ​ນັ້ນ​ມີ3/4ຈະ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ທຸກ​ຍາກ​ທີ່​ໄດ້​ສັກ​ວັກ​ຊີນ​ມີ​ຈຳ​ນວນ​ບໍ່​ຫຼາຍ. ປັດ​ຈຸ​ບັນ,ຢູ່​ອາ​ຟ​ຣີ​ກາ ​ມີ​ຈຳ​ນວນຜູ້​ໃຫຍ່ພຽງ5% ໄດ້​ສັກ​ວັກ​ຊີນ​ແລ້ວ,ສຳ​ລັບ​ອັດ​ຕາ​ສັກ​ວັກ​ຊີນ​ຂອງ​ປະ​ເທດ​ລາຍ​ໄດ້​ຕ່ຳ​ມີພຽງ1,4% ເທົ່າ​ນັ້ນ.ທ່ານ​ຮຽກ​ຮ້ອງໃຫ້​ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກ​ຈົ່ງ​ກຳ​ນົດຕາ​ຕະ​ລາງ​ເວ​ລາແບ່ງ​ປັນ​ວັກ​ຊີນ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຄຳ​ເຫັນ

0